ໃຊ້ຄົນບໍ່ຖືກວຽກ ຈັດວຽກບໍ່ຖືກຄົນກໍຄື “ເອົາຄົນຫູໜວກຟັງເພງ, ຕາບອດເບິ່ງຟ້ອນ”
ໂດຍ: ລູກເມືອງພວນ
ການທີ່ເອົາ “ຄົນຫູໜວກຟັງເພງ, ຕາບອດເບິ່ງຟ້ອນ” ທີ່ວ່ານີ້ ແມ່ນໝາຍເຖິງການນຳໃຊ້ຄົນບໍ່ຖືກກັບວິຊາສະເພາະທີ່ຮຽນມາ, ຮຽນຢ່າງໜຶ່ງແຕ່ໄປເຮັດວຽກຢ່າງອື່ນ. ຕົວຢ່າງ: ຮຽນໄຟຟ້າ ໄປເຮັດວຽກງານການເງິນ, ຮຽນການເງິນ ແຕ່ໄປເຮັດວຽກກະສິກຳ…ປາກົດການແບບນີ້ແມ່ນຍັງກະຈາຍມີຫຼາຍທົ່ໄປຢູ່ໃນສັງຄົມລາວເຮົາປັດຈຸບັນ ຊື່ງເປັນປັດໄຈໜຶ່ງກົດໜ່ວງຖ່ວງດຶງ, ກີດຂວາງຄວາມຄວາມສາມາດໃນການປະຕິບັດໜ້າທີ່ວຽກງານ ບໍ່ຫຼາຍກໍໜ້ອຍ. ພາໃຫ້ເກີດຄວາມອືດອາດ, ຊັກຊ້າ ແລະ ບໍ່ມີປະສິດທິຜົນໃນການປະຕິບັດໜ້າທີ່ວຽກງານ.
ດ້ວຍເຫດໃດຈຶ່ງເກີດບັນຫາດັ່ງກ່າວຂຶ້ນ? ໂດຍທົ່ວໄປແລ້ວມັກຈະອ້າງວ່າ ຂາດຄົນ ຫຼື ອາດຈະດ້ວຍເຫດຜົນອື່ນກໍເປັນໄປໄດ້ ຈຶ່ງຈຳເປັນຕ້ອງໄດ້ຮັບເຂົ້າມາ ໂດຍບໍ່ຄຳນຶງເຖິງຜົນເສຍຫາຍທີ່ຈະຕາມມາໃນໄລຍະຍາວ. ຈຶ່ງກາຍເປັນອັນວ່າ: “ຄົນເຫຼືອບໍ່ພໍ”ໃນທຸກວັນນີ້. ດັ່ງທີ່ລັດຖະມົນຕີກະຊວງການເງິນໄດ້ກ່າວຢູ່ໃນກອງປະຊຸມສາມັນເທື່ອທີ 3 ສະພາແຫ່ງຊາດຊຸດທີ 9 ວ່າ: ລາວເຮົາບໍ່ທັນມີໂຮງຮຽນການເງິນສະເພາະ, ຜູ້ທີ່ເຮັດວຽກຢູ່ໃນກະຊວງການເງິນໃນປັດຈຸບັນແມ່ນມາຈາກຫຼາຍຂະແໜງການວິຊາອາຊີບທີ່ແຕກຕ່າງກັນ, ວຽກງານຈຶ່ງບໍ່ມີປະສິດທິພາບ ປະສິດທິຜົນເທົ່າທີ່ຄວນ.
ຖ້າເອົາ “ຄົນຫູໜວກຟັງເພງ, ຕາບອດເບິ່ງຟ້ອນ” ລອງສຳນຶກນຳກັນເບິ່ງວ່າ ຈະຮູ້ສຶກມ່ວນ, ງາມແນວໃດ? ການເຮັດວຽກງານບໍ່ຖືກກັບວິຊາອາຊີບທີ່ຮຽນມາກໍເຊັ່ນດຽວກັນ ຈະໃຫ້ມີປະສິດທິພາບ ປະສິດທິຜົນໄດ້ແນວໃດ?
ເມື່ອເປັນເຊັ່ນນັ້ນ ມັນເຖິງເວລາແລ້ວບໍ ທີ່ພວກເຮົາຈະຄ່ອຍຫັນເຂົ້າໄປສູ້ເອົາ “ຄົນຫູດີຟັງເພງ, ຕາດີເບິ່ງຟ້ອນ” ໝາຍຄວາມວ່າຫັນເຂົ້າໄປສູ່ການເຮັດວຽກງານmụຖືກກັບວິຊາອາຊີບທີ່ຮຽນມາ ຈຶ່ງຈະຮັບປະກັນປະສິດທິພາບ ປະສິດທິຜົນທີ່ແທ້ຈິງ. ຖ້າບໍ່ດັງນັ້ນ ປະເທດຊາດຍັງຈະພົບຄວາມຫຍຸ້ງຍາກຕໍ່ໄປ ແລະ ຍີ່ງຈະແກ້ໄຂໄດ້ຍາກໄປຊັກໄຊ້. ເຖິງເວລາແລ້ວ, ເລີກໄດ້ແລ້ທີ່ເອົາ“ຄົນຫູໜວກຟັງເພງ, ຕາບອດເບິ່ງຟ້ອນ”.