ຄວາມຄືບໜ້າ ການເຮັດທົດລອງຫັນເປັນ ຫົວໜ່ວຍກຸ້ມຕົນເອງດ້ານງົບປະມານ ຂອງ ວິທະຍາໄລ ເຕັກນິກປາກປ່າສັກ
ວັນທີ 17 ມິຖຸນາ 2022 ຜ່ານມານີ້ ກົມງົບປະມານແຫ່ງລັດ ກະຊວງການເງິນ ນໍາໂດຍ ທ່ານ ພູວົງ ກິດຕະວົງ ຫົວໜ້າກົມງົບປະມານແຫ່ງລັດ ສົມທົບກັບຮອງຫົວໜ້າກົມຄຸ້ມຄອງຫົວໜ່ວຍວິຊາການ ແລະ ພະລາກອນ ກະຊວງພາຍໃນ, ພ້ອມຄະນະ ລົງຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າ ການເຮັດທົດລອງຫັນເປັນຫົວໜ່ວຍກຸ້ມຕົນເອງທາງດ້ານງົບປະມານຂອງ ວິທະຍາໄລ ເຕັກນິກປາກປ່າສັກ (ວຕປສ) ເພື່ອເກັບກໍາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນຖອດຖອນໄດ້ຈາກການເຮັດທົດລອງດັ່ງກ່າວ ລວມເຖິງ ການ ຄົ້ນຄ້ວາຍົກລະດັບການຫັນກຸ້ມຕົນເອງຂຶ້ນຕື່ມ ເປັນຕົ້ນ ດ້ານການຄຸ້ມຄອງບຸກຄະລາກອນ ແລະ ວຽກງານການຈັດຕັ້ງຕ່າງໆ.
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂອງລັດຖະບານໃນການເຮັດທົດລອງດັ່ງກ່າວ ເຊິ່ງເປັນວຽກງານທີ່ມີຄວາມສໍາຄັນ ເພື່ອຜັນຂະຫຍາຍມະ ຕິຂອງກົມການເມືອງສູນກາງພັກ, ມະຕິຂອງສະພາແຫ່ງຊາດ ແລະ ເປັນການຜັນຂະ ຫຍາຍທິດຊີ້ນໍາຂອງລັດຖະບານ ຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກ ສະ ບັບເລກທີ 593/ຫສນຍ, ລົງວັນທີ 04 ພຶດສະພາ 2022 ທີ່ໄດ້ເນັ້ນໃນມີການສືບຕໍ່ຈັດຕັ້ງປະຕິບັດການເຮັດທົດລອງຕາມຄໍາແນະນໍາ 2258/ກງ ຂອງກະຊວງການເງິນ. ສໍາລັບວິທະຍາໄລ ເຕັກນິກປາກປາສັກ ກໍແມ່ນໜຶ່ງໃນ 5 ຫົວໜ່ວຍທີ່ໄດ້ຮັບການຖະ ແຫລງການຈາກລັດຖະບານ ໃນທ້າຍປີ 2021.
ທ່ານ ດວງດີ ສິລິບາງ ຮອງຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ໄດ້ລາຍງານໂດຍສັງເຂບກ່ຽວກັບ ຄວາມຄືບໜ້າຂອງວິທະຍາໄລເຕັກນິກປາກປ່າສັກ ໃນການເຮັດທົດລອງຫັນກຸ້ມຕົນເອງທາງດ້ານງົບປະມານ, ເປັນໜຶ່ງໃນ 34 ຫົວໜ່ວຍງົບ ປະມານທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ, ມີພາລະບົດບາດໃນການສ້າງຊັບພະຍາກອນມະນຸດ, ສ້າງນາຍຊ່າງທາງດ້ານທັກສະສີມື ແລະ ອອກຮັບໃຊ້ສັງຄົມ ເຊິ່ງປະກອບມີສີມືແຮງງານທາງດ້ານບໍລິຫານ, ບໍລິການ, ເຕັກນິກອຸດສາຫະກໍາ, ຊ່າງໄມ້ເຟີນີເຈີ ແລະ ກໍ່ສ້າງເຄຫາສະຖານ ໃຫ້ມີຄວາມສອດຄ່ອງ ເພື່ອເປັນສ່ວນໜຶ່ງໃນການຊູກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ.
ສໍາລັບແຜນງົບປະມານ ປີ 2022 ວິທະຍາໄລເຕັກນິກປາກປ່າສັກ ກຸ້ມຕົນເອງໄດ້ຫລາຍພາກລາຍຈ່າຍສົມຄວນ ເປັນຕົ້ນ ແມ່ນລາຍຈ່າຍເງິນນະໂຍບາຍ ແລະ ຊ່ວຍໜູນ, ລາຍຈ່າຍບໍລິຫານ, ລາຍຈ່າຍດັດສົມ-ສົ່ງເສີມ ແລະ ລາຍຈ່າຍຊື້ຊັບສົມບັດຄົງທີ່ຕ່າງໆ, ບໍ່ສາມາດກຸ້ມຕົນເອງໄດ້, ສ່ວນລາຍຈ່າຍເງິນເດືອນ ແລະ ເງິນອຸດໜູນພະນັກ ງານຍັງຕ້ອງອາໄສພາກລັດຖະບານຢູ່, ສ່ວນການຜັນຂະຫຍາຍວຽກງານດັ່ງກ່າວ ທາງກະຊວງສຶກສາທິການ ແລະ ກິລາ ໄດ້ອອກຂໍ້ຕົກລົງສະບັບເລກທີ 3414/ສສກ ແລະທາງວິທະຍາໄລເຕັກນິກປາກປາສັກ ກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ດໍາເນີນການເຮັດທົດລອງ ເພື່ອໃຫ້ເປັນຮູບປະທໍາ.
ເຖິງວ່າຈະມີຄວາມຄືບໜ້າໂດຍພື້ນຖານ ແຕ່ກໍຍັງມີບາງຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ພ້ອມກັນແກ້ໄຂ ແລະ ຖອດຖອນບົດຮຽນໃນຕໍ່ໜ້າເຊັ່ນ: ສົກປີການສຶກສາ ແລະ ປີງົບປະມານບໍ່ທັນສອດຄ່ອງກັນ, ການຂະຫຍາຍຖານລາຍຮັບໃຫ້ຫລາຍຂຶ້ນເຖິງວ່າຈະມີແຜນການແລ້ວ, ແຕ່ການປະຕິບັດຕົວຈິງ ຍັງບໍ່ທັນຕາມຄວາມຮຽກຮ້ອງຕ້ອງການ, ການຕີລາຄາ ແລະ ຖອດຖອນບົດຮຽນຕ່າງໆ ພາຍຫລັງການເຮັດທົດລອງຍັງບໍ່ທັນເຫັນບັນຫາພົ້ນເດັ່ນເທົ່າທີ່ຄວນ, ຜົນກະທົບຈາກການລະບາດຂອງໂຄວິດ-19 ຜ່ານມາເຮັດໃຫ້ບໍ່ສາມາດເປີດການຮຽນ-ການສອນ ໄດ້ປົກກະຕິ ກະທົບເຖິງລາຍຮັບບໍ່ບັນລຸຕາມຄາດໝາຍ ແລະ ບັນຫາອື່ນໆ.
ທັງໝົດນັ້ນ, ຄະນະຮັບຜິດຊອບທັງກະຊວງການເງິນ, ກະຊວງພາຍໃນ, ກະຊວງສຶກສາທິການ ແລະ ກິລາ ລວມທັງ ວິທະຍາໄລເຕັກນິກປາກປ່າສັກຈະໄດ້ຮ່ວມກັນສືບຕໍ່ຄົ້ນຄ້ວາ ແລະ ແກ້ໄຂຮ່ວມກັນໃນຕໍ່ໜ້າ ແລະ ຈະໄດ້ສືບຕໍ່ນໍາເອົາບົດຮຽນຕ່າງໆເພື່ອຜັນຂະຫຍາຍເຂົ້າໃນການຄົ້ນຄ້ວາຂອງລັດຖະບານ, ເພື່ອຍົກລະດັບການຫັນກຸ້ມຕົນເອງທາງດ້ານງົບປະມານໃຫ້ເລິກເຊິ່ງ, ກ້ວາງຂວາງ ແລະ ມີຄວາມຍືນຍົງຂຶ້ນກ່ວາເກົ່າ.