ສປປ ເກົາຫລີ ຮຽກເອກອັກຄະລັດຖະທູດ ກັບຈາກຈີນ-ຣັດເຊຍ-ສປຊ
ລັດຖະບານພຽງຢາງຮຽກເອກອັກຄະລັດຖະທູດປະຈຳນະຄອນຫລວງປັກກິ່ງ, ນະຄອນຫລວງມົດສະກູ ແລະ ສຳນັກງານໃຫຍ່ ສປຊ ໃນນະຄອນນິວຢອກ ໃຫ້ກັບມາປະຊຸມວາລະສຳຄັນ.
+ ທ່ານ ທຣຳ ຍັງບໍ່ເລີກຂູ່ໃຊ້ມາດຕະການ ທາງທະຫານຕໍ່ ສປປ ເກົາຫລີ
+ ຈີນພ້ອມປົກປ້ອງ ສປປ ເກົາຫລີ ຖ້າອາເມລິກາຖະຫລົ່ມກ່ອນ
+ ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ
ສຳນັກຂ່າວຕ່າງປະເທດລາຍງຈາກນະຄອນຫລວງເຊອຸນ ປະເທດ ສ.ເກົາຫລີ ໃນວັນທີ 14 ສິງຫາ ໂດຍອ້າງຈາກລາຍງານຂອງສຳນັກຂ່າວຍອນຮັບວ່າ: ລັດຖະບານພຽງຢາງຮຽກເອກອັກຄະລັດຖະທູດຄົນສຳຄັນ 3 ທ່ານ ໄດ້ແກ່ທ່ານ ຈີ ແຈຣາຍອງ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳນະຄອນຫລວງປັກກິ່ງ, ທ່ານ ກິມ ຮາຍອງ ຈຸນ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳນະຄອນຫລວງມົດສະກູ ແລະ ທ່ານ ຈາ ຊອງ ນຳ ເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈະສະຫະປະຊາຊາດ (UN) ໃຫ້ເດີນທາງກັບປະເທດດ່ວນ ເພື່ອເຂົ້າຮ່ວມກອງປະຊຸມວາລະສຳຄັນ ແລະ ຍັງບໍ່ແນ່ນອນວ່າມີເອກອັກຄະລັດຖະທູດ ສປປ ເກົາຫລີ ທ່ານອື່ນຖືກຮຽກກັບ ຫລື ບໍ່.
ຂະນະທີ່ກະຊວງລວມຊາດຂອງ ສ.ເກົາຫລີ ສະແດງຄວາມຄິດເຫັນຕໍ່ສະຖານະການທີ່ເກີດຂຶ້ນວ່າ: ອາດຈະເປັນພຽງກອງປະຊຸມປະຈຳປີຂອງເອກອັກຄະລັດຖະທູດ ສປປ ເກົາຫລີ ເທົ່ານັ້ນ ເຊິ່ງຄັ້ງຫລ້າສຸດເກີດຂຶ້ນໃນເດືອນກໍລະກົດ 2015 ໂດຍມີເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳ 43 ປະເທດເຂົ້າຮ່ວມ. ສ່ວນທຳນຽບປະທານາທິບໍດີໃນນະຄອນຫລວງເຊອຸນເຜີຍແຜ່ຖະແຫລງການຂອງປະທານາທິບໍດີ ມຸນ ແຈ ອິນ ວ່າ: ຈະຕ້ອງມີສົງຄາມເກົາຫລີຄັ້ງໃໝ່ຢູ່ແຫລມເກົາຫລີ ແລະ ຄວາມຂັດແຍ່ງລະຫວ່າງລັດຖະບານພຽງຢາງກັບຄູ່ກໍລະນີຈະຕ້ອງໄດ້ຮັບການແກ້ໄຂໂດຍໃຊ້ວິທີການທູດເທົ່ານັ້ນ.