ທ່ານ ສະເຫຼີມໄຊ ກົມມະສິດ ຕ້ອນຮັບທູດກູບາ ປະຈໍາລາວ ຄົນໃໝ່
ວັນທີ 21 ມິຖຸນາ ນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ແອນນາ ເອັດສເຕີ ວຽນທ ວານເດັດສ (Enna Esther Viant Valdes) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດກູບາປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທີ່ທ່ານທູດໄດ້ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດກູບາ ປະຈຳ ສປປ ລາວ ແລະ ເຊື່ອໝັ້ນວ່າທ່ານທູດຈະປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນສອງຊາດ.
ທ່ານ ນາງ ແອນນາ ເອັດສເຕີ ວຽນທ ວານເດັດສ ໄດ້ສະແດງຄວາມຍິນດີ ແລະ ເປັນກຽດທີ່ຖືກແຕ່ງຕັ້ງມາເປັນທູດກູບາປະຈໍາ ສປປ ລາວ ພ້ອມທັງໃຫ້ຄໍາໝັ້ນສັນຍາ ຈະຕັ້ງໃຈປະຕິບັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ ແລະ ກູບາ ໃນດ້ານຕ່າງໆໃຫ້ມີປະສິດທິພາບປະສິດທິຜົນໃນອະນາຄົດ ໂດຍສະເພາະ ໄດ້ແຈ້ງບາງແຜນການ ແລະ ແຜນງານໃນການຊຸກຍູ້ສົ່ງເສີມການພົວພັນ ເປັນຕົ້ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ, ການຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະກິດ, ສາທາ, ສຶກສາ, ກິລາ ແລະ ອຶ່ນໆ. ພ້ອມທັງ ໄດ້ສະແດງຄວາມຂອບໃຈ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ທີ່ຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້.
ໃນໂອກາດພົບປະດັ່ງກ່າວ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອດີງາມມາແຕ່ດົນນານ, ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍຕະຫຼອດໄລຍະທີ່ຜ່ານມາຈົນເຖິງປະຈຸບັນ ຊຶ່ງສະແດງອອກໃນການໄປມາຫາສູ່ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ ແລະ ການສະໜັບສະໜູນຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຂົງເຂດຕ່າງໆ. ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ທ່ານທູດກູບາ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ໃນ ສປປ ລາວ.