ອິນເຕີ ມິລານ ບັນລຸຂໍ້ຕົກລົງກັບ ເຊລຊີ ຢືມຕົວ ລູກາກູ ກັບມາເສີມຫນ້າອີກຮອບແລ້ວ
![ອິນເຕີ ມິລານ ບັນລຸຂໍ້ຕົກລົງກັບ ເຊລຊີ ຢືມຕົວ ລູກາກູ ກັບມາເສີມຫນ້າອີກຮອບແລ້ວ - goal image w crest 0834add2 23ae 46d1 9ba4 7bea002df4f1 - ອິນເຕີ ມິລານ ບັນລຸຂໍ້ຕົກລົງກັບ ເຊລຊີ ຢືມຕົວ ລູກາກູ ກັບມາເສີມຫນ້າອີກຮອບແລ້ວ ອິນເຕີ ມິລານ ບັນລຸຂໍ້ຕົກລົງກັບ ເຊລຊີ ຢືມຕົວ ລູກາກູ ກັບມາເສີມຫນ້າອີກຮອບແລ້ວ - goal image w crest 0834add2 23ae 46d1 9ba4 7bea002df4f1 - ອິນເຕີ ມິລານ ບັນລຸຂໍ້ຕົກລົງກັບ ເຊລຊີ ຢືມຕົວ ລູກາກູ ກັບມາເສີມຫນ້າອີກຮອບແລ້ວ](https://www.laophattananews.com/wp-content/uploads/2022/06/goal-image-w-crest-0834add2-23ae-46d1-9ba4-7bea002df4f1.png)
ອິນເຕີ ມິລານ ຕົກເປັນຂ່າວວ່າສາມາດບັນລຸຂໍ້ຕົກລົງກັບ ເຊລຊີ ເພື່ອຢືມຕົວ ໂຣເມລູ ລູກາກູ ມາໃຊ້ງານໃນລະດູການ ໃຫມ່ທີ່ຈະເຖິງນີ້ ໂດຍນັກເຕະຍອມຫລຸດຄ່າເມື່ອຍລົງ.
ລູກາກູ ເຄີຍເປັນດາວເດັ່ນຂອງ ອິນເຕີ ມິລານ ໃນໄລຍະປີ 2019-21 ມີສ່ວນສຳຄັນພາສະໂມສອນແຫ່ງນີ້ຄວ້າແຊ໊ມເຊເຣຍອາ ມາແລ້ວ ກ່ອນທີີ່ລາວຈະຍ້າຍມາເຊລຊີ ເມື່ອປີກາຍ ດ້ວຍຄ່າຕົວ 97,5 ລ້ານປອນ ເຊັນສັນຍາ 5 ປີ.
ແນວໃດກໍຕາມ ລູກາກູ ບໍ່ສາມາດສະແດງຜົນງານເກັ່ງອອກມາໄດ້ເລີຍ ເຊິ່ງລະດູການຫລ້າສຸດລົງຫລິ້ນໃຫ້ ເຊລຊີ ໄປ 44 ນັດລວມທຸກລາຍການ ຍິງໄດ້ພຽງ 15 ປະຕູ ແລະ ມີຂ່າວວ່າ ເຊລຊີ ຈະຫາທາງປ່ອຍອອກຈາກທີມ ໂດຍມີອິນເຕີ ມິລານ ສົນໃຈຢືມຕົວຢູ່.
ຫລ້າສຸດ ອິນເຕີ ມິລານ ຕົກລົງຈ່າຍຄ່າຢືມຕົວໃຫ້ເຊລຊີ 6,9 ລ້ານປອນ ພ້ອມເງື່ອນໄຂໂບນັສເພີ່ມອີກໃນອະນາຄົດ ຂະນະທີ່ ລູກາກູ ກໍຍອມຫລຸດຄ່າເມື່ອຍລົງເພື່ອໃຫ້ການຍ້າຍທີມຄັ້ງນີ້ບັນລຸໄປດ້ວຍດີ ເຊິ່ງການຢືມຕົວເທື່ອນີ້ບໍ່ໄດ້ມີເງື່ອນ ໄຂຊື້ຂາດແຕ່ຢ່າງໃດ.