ອາຍຸຍັງນ້ອຍ ຄິດການໃຫຍ່ ຖືກຈັບພ້ອມຂອງກາງຢາບ້າ 66.000 ເມັດ
ພັທ ທັດສະພົງ ຫວັນມະນີຈັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ລາຍງານວັນທີ 21 ມິຖຸນາ 2022 ນີ້ວ່າ: ໄດ້ຮັບແຈ້ງເຄື່ອນໄຫວຄ້າຂາຍຢາບ້າຢູ່ຮ້ານອາຫານເຂດ ບ້ານນາໄຫ ແລະ ບ້ານດົງໂພນເລົາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈາກນັ້ນ ເຈົ້າໜ້າທີີ່ ຈິ່ງໄດ້ລົງເກັບກໍາຂໍ້ມູນເຫັນວ່າມີມູນຫຼັກຖານ ຈິ່ງເຂົ້າແກ້ໄຂຄື:
ວັນທີ 15 ມິຖຸນາ 2022, ເວລາ 22:00 ໂມງ ໄດ້ເຂົ້າແກ້ໄຂກຸ່ມຄ້າຂາຍຢາເສບຕິດ ຢູ່ຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານນາໄຫ ສາມາດກັກຜູ້ຖືກສົງໄສ 3 ຄົນຄື: ທ້າວ ເກດມະນີ ອາຍຸ 28 ປີ, ຢູ່ບ້ານສີຖານໃຕ້, ທ້າວ ອາເລັກ ອາຍຸ 22 ປີ, ຢູ່ບ້ານປາກເປັ່ງ ແລະ ທ້າວ ເກມ ອາຍຸ 21 ປີ, ຢູ່ບ້ານປາກເປັ່ງ ທັງ 3 ແມ່ນຢູ່ ເມືອງຫາດຊາຍຟອງ ໃນຄະນະເຈົ້າໜ້າທີ່ເຂົ້າຈັບຕົວນັ້ນ ກວດພົບຂອງກາງຢາບ້າ 6.000 ເມັດ.
ນອກຈາກນີ້, ເວລາ 09:45 ໂມງ ຂອງວັນທີ 17 ມິຖຸນາ 2022, ໄດ້ສືບຕໍ່ແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ ບ້ານດົງໂພນເລົາ ອີກຕື່ມ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນຄື: ທ້າວ ສັນຕິ ອາຍຸ 25 ປີ, ເກີດຢູ່ ບ້ານໄຊສົມບູນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ປັດຈຸບັນ ພັກເຊົາຢູ່ ບ້ານສະຫວ່າງ ເມືອງຫາດຊາຍຟອງ ແລະ ທ້າວ ດາວັນ ອາຍຸ 21 ປີ, ເກີດຢູ່ບ້ານ ນາຄໍາແສນ ເມືອງ ໄຊ ແຂວງ ອຸດົມໄຊ ພ້ອມທັງກວດພົບຂອງກາງຢາບ້າ 60.000 ເມັດ.
ປັດຈຸບັນ ເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ຊອກຫາຜູ້ຮ່ວມຂະບວນການ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.