ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ

ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - hzncid210622 - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ
ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - kitchen vibe - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ

ສາທາລະນະສຸກສິງກະໂປກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງເປັນຄົນທຳອິດ ເດີນທາງເຂົ້າ-ອອກປະເທດນັບແຕ່ກາງເດືອນມິຖຸນາ ມີຜູ້ສຳຜັດໃກ້ຊິດ 13 ຄົນ.

ກະຊວງສາທາລະນະສຸກສິງກະໂປອອກຖະແຫລງການໃນຄືນວັນທີ 21 ມິຖຸນາ 2022 ວ່າ: ມີການກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 1 ຄົນ ຖືເປັນຄົນທຳອິດຂອງປະເທດ ແລະ ຄົນທຳອິດຂອງພາກພື້ນອາຊີຕາເວັນອອກສຽງໃຕ້ ທີ່ມີການກວດພົບຜູ້ຕິດເຊື້ອທີ່ເດີນທາງມາຈາກນອກທະວີບອາຟຣິກາ.

ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ
ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - Visit Laos Visit SALANA BOUTIQUE HOTEL - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ

ຜູ້ຕິດເຊື້ອຄົນນີ້ເປັນຊາຍຊາວອັງກິດ ອາຍຸ 42 ປີ ອາຊີບພະນັກງານຕ້ອນຮັບໃນເຮືອບິນຂອງສາຍການບິນແຫ່ງໜຶ່ງ ເຂົ້າມາໃນປະເທດຄັ້ງທຳອິດໃນວັນທີ 15-17 ມິຖຸນາ ແລະ ບິນກັບເຂົ້າມາອີກໃນວັນທີ 19 ມິຖຸນາ ກ່ອນຈະກວດພົບເຊື້ອໝາກສຸກລີງໃນວັນທີ 20 ມິຖຸນາຜ່ານມາ.

ປັດຈຸບັນ ຜູ້ຕິດເຊື້ອຄົນນີ້ໄດ້ເຂົ້າຮັບການປິ່ນປົວຢູ່ສູນຄວບຄຸມພະຍາດຕິດຕໍ່ແຫ່ງຊາດຂອງສິງກະໂປ (NCID). ຫລ້າສຸດຍັງມີອາການຄົງທີ່ ໂດຍເຈົ້າໜ້າທີ່ໄດ້ສອບສວນພະຍາດ ແລະ ກວດພົບຜູ້ສຳຜັດໃກ້ຊິດແລ້ວ 13 ຄົນ ທັງໝົດຈະຕ້ອງເຂົ້າຮັບການກັກຕົວເປັນເວລາ 21 ວັນຕາມາດຕະການຕໍ່ໄປ.

ກ່ອນໜ້ານີ້ເມື່ອປີ 2019 ສິງກະໂປເຄີຍກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 1 ຄົນ ເປັນຊາຍຊາວໄນຈີເຣຍອາຍຸ 38 ປີ ໃນຕອນນັ້ນມີຜູ້ສຳຜັດໃກ້ຊິດທັງໝົດ 22 ຄົນ ໂດຍຫລັງຈາກທັງໝົດເຂົ້າຮັບການກັກຕົວເປັນເວລາ 21 ວັນແລ້ວ ກໍໄດ້ຮັບການຢືນຢັນວ່າບໍ່ມີອາການຂອງພະຍາດແຕ່ຢ່າງໃດ.

ຫລ້າສຸດວັນທີ 22 ມິຖຸນາ, ສ.ເກົາຫລີ ມີລາຍງານການພົບຜູ້ຕິດເຊື້ອທີ່ສົງໄສວ່າອາດເປັນພະຍາດໝາກສຸກລີງ 2 ຄົນ ຄົນທຳອິດເປັນຊາວຕ່າງປະເທດທີ່ເດີນທາງເຂົ້າມາເມື່ອວັນທີ 20 ມິຖຸນາ ແລະ ອີກຄົນໜຶ່ງເປັນຊາວ ສ.ເກົາຫລີ ທີ່ເດີນທາງກັບມາຈາກເຢຍລະມັນໃນວັນທີ 21 ມິຖຸນາ. ປັດຈຸບັນ ທັງສອງໄດ້ຖືກກັກຕົວໄວ້ລໍຖ້າຜົນກວດຢືນຢັນ.

ອ້າງອີງ:

https://www.straitstimes.com/…/spore-confirms-imported…

https://www.channelnewsasia.com/…/monkeypox-singapore…

https://en.yna.co.kr/view/AEN20220622000252315?section=national/national

ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - 4 - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ
ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - 5 - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ
ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ - 3 - ສິງກະໂປພົບຜູ້ຕິດເຊື້ອໝາກສຸກລີງຄົນທຳອິດ ເປັນຊາວອັງກິດອາຍຸ 42 ປີ ສ.ເກົາຫລີ ພົບກໍລະນີສົງໄສ 2 ຄົນ