ແລ່ນລານໂລກ ກຽມຫ້າມນັກກິລາຂ້າມເພດລົງແຂ່ງຂັນ
ເຊບາສຕຽນ ໂຄ ປະທານອົງການກິລາແລ່ນລານໂລກ ສະຫນັບສະໜູນແນວຄິດຫ້າມນັກກິລາຂ້າມເພດລົງແຂ່ງຂັນແລ່ນ ລານຕາມແນວທາງຂອງສະຫະພັນລອຍນ້ຳໂລກ (FINA) ທີ່ປະກາດອອກມາກ່ອນຫນ້ານີ້ແລ້ວ.
ຫລັງຈາກທີ່ ສະມາຄົມລອຍນ້ຳໂລກ ຫລື FINA ໄດ້ປະກາດນະໂຍບາຍໃຫມ່ຫ້າມນັກກິລາຂ້າມເພດທີ່ເຕີບໂຕຈົນເຂົ້າ ສູ່ໄລຍະໄວລຸ້ນເພດຊາຍ ຫລື ຫລັງຈາກອາຍຸ 12 ປີ ກ່ອນຈະໄດ້ຮັບການແປງເພດລົງແຂ່ງຂັນລອຍນ້ຳປະເພດຍິງທົວ ນາເມັນລະດັບສູງສຸດແລ້ວ ແນວໃດກໍຕາມນັກກິລາຂ້າມເພດຍັງມີສິດຈະຮ່ວມແຂ່ງຂັນກັບຜູ້ຍິງໄດ້ ແຕ່ພວກເຂົາ ຈະຕ້ອງພິສູດວ່າມີການຄວບຄຸມລະດັບຮໍໂມນເພດຊາຍມາຕັ້ງແຕ່ກ່ອນອາຍຸ 12 ປີ.
ຫລ້າສຸດ ແລ່ນລານໂລກ ຫລື World Athletic ອອກມາເຫັນດີກັບແນວຄິດນີ້ ເນື່ອງຈາກຮ່າງກາຍສຳຄັນກວ່າເພດ.
‘‘ ເຮົາໄດ້ເຫັນສະຫະພັນກິລາຢືນຢັດຕໍ່ນະໂຍບາຍທີ່ເປັນປະໂຫຍດສູງສຸດຕໍ່ກິລາຂອງຕົນ ນີ້ຄືສິ່ງທີ່ຄວນຈະເປັນ ເຮົາເຊື່ອຫມັ້ນ ສະເຫມີວ່າ ແລະ ຢ້ຳເຕືອນສິ່ງນີ້ສະເຫມີ ຄືຮູບຮ່າງທາງຊີວະວິທະຍາທາງຮ່າງກາຍສຳຄັນກວ່າເລື່ອງເພສສະພາບ ແລະ ເຮົາ ຈະທົບທວນກົດລະບຽບຂອງເຮົາເພື່ອໃຫ້ສອດຄ່ອງກັບເລື່ອງນີ້ ເຮົາຕ້ອງປົກປ້ອງຄວາມສົມບູນຂອງນັກກິລາຍິງ ເຮົາ ເຮັດແທ້ກັບມັນຫລາຍ ແລະ ຖ້າມັນຫມາຍຄວາມວ່າເຮົາຕ້ອງປັບປ່ຽນຮູບແບບໃນອະນາຄົດເຮົາຈະເຮັດ ’’.