ແຜ່ນດິນໄຫວຮຸນແຮງຢູ່ອັບການິດສະຖານ ມີຜູ້ເສຍຊີວິດແລ້ວ 280 ກວ່າຄົນ ຄາດຍອດຜູ້ເສຍຊີວິດອາດເພີ່ມຂຶ້ນອີກ
June 22, 2022 - 3:45 PM
ເກີດເຫດແຜ່ນດິນໄຫວລະດັບ 6,1 ທາງຕາເວັນອອກຂອງອັບການິດສະຖານໃນເຊົ້າວັນທີ 22 ມິຖຸນານີ້ ຕາມເວລາທ້ອງຖິ່ນ ສູນກາງເລິກຈາກພື້ນດິນ 53 ກິໂລແມັດ ໂດຍແຮງສັ່ນສະເທືອນຮູ້ສຶກໄດ້ເຖິງບາງສ່ວນຂອງປາກິດສະຖານ ແລະ ອິນເດຍ.
ທາງການທ້ອງຖິ່ນຂອງອັບການິດສະຖານລາຍງານຄວາມເສຍຫາຍຫລ້າສຸດ ໂດຍເປີດເຜີຍຕໍ່ເວັບໄຊບີບີຊີວ່າ: ໃນຕອນນີ້ພົບຜູ້ເສຍຊີວິດຈາກເຫດການນີ້ແລ້ວຢ່າງໜ້ອຍ 280 ຄົນ, ມີຜູ້ບາດເຈັບອີກ 150 ຄົນ ພ້ອມຄາດການວ່າຈຳນວນຜູ້ເສຍຊີວິດອາດຫລາຍກວ່ານີ້.
ລາຍງານລະບຸວ່າ: ຄວາມຮຸນແຮງຂອງແຜ່ນດິນໄຫວເຮັດໃຫ້ເຮືອນໃນພື້ນທີ່ເສຍຫາຍເຫລືອພຽງຊາກອາຄານ ສອດຄ່ອງກັບປະຊາຊົນຄົນໜຶ່ງເຊິ່ງຢູ່ໃນປາກິດສະຖານທີ່ຢືນຢັນວ່າ: ຮັບຮູ້ໄດ້ເຖິງແຮງສັ່ນສະເທືອນທີ່ຮຸນແຮງ.
ອ້າງອີງ: