ສະພາສະເໜີໃຫ້ນຳໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນຢ່າງເຂັ້ມງວດ
ທ່ານ ຄຳແພງ ວິລະພັນ ປະທານຄະນະກຳມາທິການຍຸຕິທຳ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງອົງການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນຂອງອົງການສືບສວນ-ສອບສວນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນຕອນບ່າຍຂອງວັນທີ 21 ມິຖຸນາ ໂດຍການເປັນ ປະທານ ຂອງ ທ່ານ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.
ທ່ານ ຄຳແພງ ວິລະພັນ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ອົງການປະຊາຊົນສູງສຸດ ທີ່ໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການຕິດຕາມກວດກາ 7 ມາດຕະການສະກັດກັ້ນຂອງອົງການສືບສວນ – ສອບສວນ ໃນສະພາບເງື່ອນໄຂທີ່ປະເທດພວກເຮົາມີຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ໄດ້ຮັບຜົນກະທົບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ດ້ວຍຄວາມຕັດສິນໃຈສູງຂອງຄະນະນຳ ແລະ ພະນັກງານ-ລັດຖະກອນ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນສາມາດປະຕິບັດວຽກງານໄດ້ຕາມແຜນການທີ່ວາງໄວ້.
ເຖິງຢ່າງໃດກໍຕາມຜ່ານການຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ໃນໄລຍະທີ່ຜ່ານມາຍັງເຫັນບາງບັນຫາທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ຄື: ການຈັດຕັ້ງເຜີຍແຜ່ບັນດາເນື້ອໃນນິຕິກຳທີ່ພົວພັນກັບວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ແກ່ພະນັກງານໄອຍະການ ແລະ ອົງການປົກຄອງທ້ອງຖິ່ນຮາກຖານຍັງບໍ່ທັນເລິກເຊິ່ງ ແລະ ແທດເຖິງ ຍັງບໍ່ທັນໄດ້ຖືເປັນວຽກບຸລິມະສິດຄວາມເປັນເຈົ້າການຂອງອົງການໄອຍະການປະຊາຊົນແຕ່ລະຂັັ້ນໃນການຈັດຕັ້ງເຊື່ອມຊຶມກຳແໜ້ນບັນດາມະຕິ, ຄຳສັ່ງຂອງພັກ, ກົດໝາຍຂອງລັດຍັງບໍ່ທັນສູງ ເປັນສາເຫດໜຶ່ງພາໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວບໍ່ທັນພົ້ນເດັ່ນ, ການຕິດຕາມກວດກາຂອງອົງການໄອຍະການປະຊາຊົນຕໍ່ການນຳໃຊ້ 7 ມາດຕະການສະກັດກັ້ນຂອງອົງການສືບສວນ – ສອບສວນ ຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາບາງຄະດີຍັງບໍ່ທັນການ ແລະ ເຂັ້ມງວດ ເປັນຕົ້ນການກຳນົດເວລາໃນການພາຕົວ, ກັກຕົວ, ຈັບຕົວ ແລະ ການກັກຄັງພາງ, ບາງກໍລະນີກວດພົບເຫັນການລະເມີດກົດໝາຍ ແຕ່ຍັງບໍ່ທັນໄດ້ມີມາດຕະການທີ່ຊັດເຈນເພື່ອສະເໜີໃຫ້ອົງການກ່ຽວຂ້ອງແກ້ໄຂທັນການ ເຮັດໃຫ້ມີຫາງສຽງຈົ່ມວ່າຂອງສັງຄົມຈຳນວນໜຶ່ງຕໍ່ການປະຕິບັດໜ້າທີ່ຂອງພະນັກງານໄອຍະການ, ເຈົ້າໜ້າທີ່ຂອງອົງການສືບສວນ-ສອບສວນ ການນຳໃຊ້ 7 ມາດຕະການ ສະກັດກັ້ນຍັງບໍ່ທັນມີນິຕິກຳອັນລະອຽດທີ່ຮັດກຸມເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຕົວຈິງມີປະສິດທິພາບ ແລະ ປະສິດທິຜົນ, ການດຳເນີນຄະດີຕໍ່ຜູ້ກະທຳຜິດທີ່ພົວພັນຢາເສບຕິດສ່ວນຫຼາຍແມ່ນສາມາດດຳເນີນຄະດີຕໍ່ຜູ້ຂົນສົ່ງ, ຄອບຄອງ, ຜູ້ຄ້າຂາຍລາຍຍ່ອຍ, ສ່ວນຜູ້ທີ່ເປັນຫົວໂປ່ຕົວການ ຫຼື ຜູ້ຄ້າຂາຍລາຍໃຫຍ່, ເຄືອຂ່າຍໃຫຍ່ຍັງບໍ່ສາມານຳມາດຳເນີນຄະດີ ແລະ ລົງ ໂທດໄດ້ຢ່າງເຂັ້ມງວດ, ເດັດຂາດ ຊຶ່ງເປັນສາເຫດໜຶ່ງພາໃຫ້ຜູ້ກະທຳຜິດກ່ຽວກັບບັນຫາຢາເສບຕິດຍັງສືບຕໍ່ເກີດຂຶ້ນ ແລະ ບໍ່ທັນສາມາດແກ້ໄຂໄດ້ຢ່າງເດັດຂາດ, ກົນໄກການປະສານງານລະຫວ່າງຂັ້ນລຸ່ມ, ຂັ້ນເທິງ, ສາຍຕັ້ງ, ສາຍຂວາງຍັງບໍ່ທັນໂລ່ງລ່ຽນການປະສານສົມທົບລະຫວ່າງອົງການໄອຍະການປະຊາ ຊົນ ແລະ ອົງການສືບສວນສອບສວນ ເຖິງວ່າມີບົດບັນທຶກຮ່ວມ 4 ພາກສ່ວນ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ທັນກົມກຽວເຂັ້ມງວດ ແລະ ເປັນລະບົບຕໍ່ເນື່ອງ ບາງຄັ້ງມີຄຳສັ່ງຂອງອົງການໄອຍະການໄປແລ້ວ ເຈົ້າໜ້າທີ່ອົງການສືບສວນ-ສອບສວນ ຍັງບໍ່ທັນປະຕິບັດເຂັ້ມງວດ ແລະ ບໍ່ໄດ້ຕິດຕາມຊຸກຍູ້ຈັດຕັ້ງປະຕິບັດ ເຮັດໃຫ້ການດຳເນີນຄະດີຈຳນວນໜຶ່ງມີຄວາມຊັກຊ້າແກ່ຍາວ, ສັງລວມແລ້ວເຫັນວ່າການປະຕິ ບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ໃນການຕິດຕາມກວດກາການດຳເນີນຄະດີ ແລະ ການນຳໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ໃນການດຳເນີນຄະດີອາຍາກ່ຽວກັບບັນຫາຢາເສບຕິດຈຳນວນໜຶ່ງ ຍັງບໍ່ທັນໄດ້ຮັບການຮັບປະກັນໄດ້ຫຼັກການເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຕາມກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04 ລົງວັນທີ 10 ສິງຫາ 2021.