ແຂວງບໍລິຄຳໄຊ ໂຈະ 7 ໂຄງການກໍ່ສ້າງ ມູນຄ່າ 701 ຕື້ກວ່າກີບ
ທ່ານ ວິໄຊ ພູມີ ຫົວໜ້າພະແນກ ຍທຂ ແຂວງບໍລິຄຳໄຊ ໄດ້ລາຍງານການປະຕິບັດວຽກງານໃນໄລຍະຜ່ານມາຕໍ່ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງ ຍທຂ ໃນວັນທີ 21 ມິຖຸນາ 2022 ນີ້ວ່າ: ປີ 2022 ແຂວງບໍລິຄຳໄຊ ມີໂຄງການກໍ່ສ້າງ 24 ໂຄງການ ທີ່ສະພາຮັບຮອງເປັນຈຳນວນເງິນ 3.518 ຕື້ກວ່າກີບແລະ ເມື່ອອີງໃສ່ຄວາມຫຍຸ້ງຍາກດ້ານເສດຖະກິດຂອງປະເທດກໍຄືທ່າແຮງການສຳລະຫລັງການຄົ້ນຄວ້າປະເມີນຜົນຄືນ ຈຶ່ງໄດ້ໂຈະ 7 ໂຄງການສາມາດຫລຸດມູນຄ່າທີ່ສະພາຮັບຮອງຈາກ 3.518 ຕື້ກີບເຫລືອ 2.814 ຕື້ກີບ ໝາຍວ່າສາມາດປະຢັດເງິນໄດ້ 701 ຕື້ກວ່າກີບ.
ອັນພົ້ນເດັ່ນຂອງແຂວງບໍລິຄໍາໄຊ ຄືມີໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ຊຶ່ງມາຮອດປັດຈຸບັນການກໍ່ສ້າງຄືບໜ້າລື່ນແຜນຕາມສັນຍາ.
ຂະນະດຽວກັນກໍໄດ້ຄົ້ນຄວ້າການກຳນົດເຂດພັດທະນາເຂດຕິດພັນກັບສົ້ນຂົວແມ່ນໍ້າຂອງ ເນື້ອທີ່ 1.042 ເຮັກຕາ ລວມທັງເຂດພັດທະນາສາງຄ່ຽນຖ່າຍສິນຄ້າທີ່ອະນຸມັດໄປແລ້ວ, ການປັບປຸງ ແລະ ສ້ອມແປງທາງຫລວງ ແຫ່ງຊາດ 13 ໃຕ້ ກໍໄດ້ປະຕິບັດເປັນປົກະຕິ.