ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ

ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ - 289935575 156035033621260 8297219313876205095 n - ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ
ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ - kitchen vibe - ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາການ ຊື້ຂາຍ ນໍ້າມັນເຊື້ອໄຟ ຊະຊາຍຕາມທາງຍ່າງຖະໜົນ (ນັບແຕ່ວັນທີ 21 ຫາ 24 ມິຖຸນາ 2022) ການລົງກວດກາຄັ້ງນີ້ ໄດ້ເລັງໃສ່ສຶກສາອົບຮົມ ແລະ ຫ້າມບໍ່ໃຫ້ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆ, ຕັ້ງຈຸດຊື້ຂາຍນ້ຳມັນເຊື້ອໄຟ ຕາມຖະໜົນຫົນທາງ ແລະ ສະຖານທີ່ສາທາລະນະ ຢ່າງເດັດຂາດ. ແຕ່ໃນສະພາບຄວາມເປັນຈິງ ຍັງມີການລະເມີດຕໍ່ແຈ້ງການ ເຊິ່ງສະແດງໃຫ້ເຫັນບັນດາຈຸດ, ແຄມທາງ. ຜ່ານການເອົາຂໍ້ມູນ ໃນຄັ້ງວັນທີ 21 ມິຖຸນາ 2022, ພະແນກຕໍາຫຼວດ ປ້ອງກັນເສດຖະກິດ ຈຶ່ງສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງກວດກາ ການຕັ້ງຈຸດຊື້້ຂາຍນໍ້າມັນເຊື້ອໄຟ ຊະຊາຍ ຢູ່ເຂດເມືອງ ໄຊທານີ ຈໍານວນ 26 ຮ້ານ ທີ່ມີການຊື້ຂາຍທີ່ບໍ່ຖືກຕ້ອງ ແລະ ໄດ້ຢຶດນໍ້າມັນກາຊວນ 57 ຕຸກ ຫຼື 72 ລິດ, ນໍ້າມັນແອັດຊັງ 50 ຕຸກ ຫຼື 65 ລິດ ແລະ ນໍ້າປົນສານສີແດງ 20 ຕຸກ.

ອີງຕາມ ດຳລັດ ວ່າດ້ວຍການກວດກາການຄ້າ, ສະບັບເລກທີ 508/ລບ, ລົງວັນທີ 04 ທັນວາ 2012. ອີງຕາມ ດໍາລັດ ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ, ເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ, ສະບັບເລກທີ 0273/ອຄ, ລົງວັນທີ 10 ມີນາ 2022.

ພາຍຫຼັງ ເຈົ້າໜ້າທີ່ສອງພາກສ່ວນກວດພົບເຫັນ ກໍໄດ້ສຶກສາອົບຮົມເຈົ້າຂອງຮ້ານ 26 ຮ້ານ ແລະ ສັ່ງຫ້າມໃຫ້ຢຸດເຊົາການຊື້ຂາຍນໍ້າມັນເຊື້ອໄຟທີ່ບໍ່ຖືກຕ້ອງຢ່າງຖາວອນ, ສ່ວນນຳມັນທີ່ພົບເຫັນ ນໍ້າມັນກາຊວນ ຈໍານວນ 72 ລິດ, ນໍ້າມັນແອັດຊັງ ຈຳນວນ 65 ລິດ ໄດ້ຢຶດໄວ້, ສ່ວນນໍ້າປົນສານສີແດງ ຈຳນວນ 25 ລິດ ໄດ້ທຳລາຍຖິ້ມ.

ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ - 5 - ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ
ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ - 4 - ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ
ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ - 3 - ລະວັງ ! ກວດພົບການເອົານໍ້າປົນສີແດງຂາຍຕາມແຄມທາງຈຳນວນ 20 ຕຸກ