ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ

ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - A73MG7YTRZPQJGC3BIIOIYXBK4 1 scaled - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - kitchen vibe - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - A73MG7YTRZPQJGC3BIIOIYXBK4 1 scaled - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
 

ສານອາເຈນຕີນາ ເດີນໜ້າເຜົາຜິດ 8 ບຸກຄະລາກອນທາງການແພດ ຂໍ້ຫາຂ້າຕະກຳ ດີເອໂກ ມາຣາໂດນາ ໂທດຈຳຄຸກສູງສຸດ 25 ປີ.

ສຳນັກຂ່າວ ຣອຍເຕີ ລາຍງານວ່າ : ບຸກຄະລາກອນທາງການແພດ 8 ຄົນ ຈະຖືກໄອຍະການຊຸກດັນພິຈາລະນາຄະດີໃນສານ ອາເຈນຕີນາຂໍ້ຫາຂ້າຕະກຳ ດີເອໂກ ມາຣາໂດນາ ຕຳນານນັກເຕະຊາວອາເຈນຕີນາທີ່ເສຍຊີວິດເມື່ອວັນທີ 25 ພະຈິກ 2020 ເນື່ອງຈາກພາວະຫົວໃຈຫລົ້ມເຫລວ ໂດຍການການສອບສວນຄາດວ່າຈະມີຂຶ້ນໃນທ້າຍປີ 2023.

ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - Visit Laos Visit SALANA BOUTIQUE HOTEL - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - Visit Laos Visit SALANA BOUTIQUE HOTEL - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ

ຈາກເອກະສານຫນ້າ 236 ຫນ້າ ຜູ້ພິພາກສາທີ່ຮັບຜິດຊອບຄະດີນີ້ຕັ້ງຄຳຖາມເຖິງພຶດຕິກຳທີ່ລະເລີຍຫນ້າທີ່ຂອງຜູ້ຕ້ອງຫາ ແຕ່ລະຄົນຈຳນຳໄປສູ່ຜົນລັບທີ່ຮ້າຍແຮງ ແລະ ກາຍເປັນການຈົງໃຈຂ້າຕະກຳ ເຊິ່ງເປັນຂໍ້ຫາຫນັກ ຄະນະກຳມະການແພດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ສອບສວນການເສຍຊີວິດຂອງ ມາຣາໂດນາ ໄດ້ຂໍ້ສະຫລຸບໃນປີ 2021 ວ່າ ທີມແພດຂອງ ມາຣາໂດນາ ປະພຶດຕົວໃນລັກສະນະທີ່ບໍ່ເຫມາະສົມ ບົກພ່ອງ ແລະ ປະໝາດ.

ມາຣີໂອ ເບົາດຣີ ທະນາຍຄວາມຂອງຫນຶ່ງໃນລູກຊາຍ ມາຣາໂດນາ ເປີດເຜີຍວ່າ ພໍ່ຢູ່ໃນສະຖານະການທີ່ຊ່ວຍເຫລືອຕົວເອງ ບໍ່ໄດ້ຕອນເສຍຊີວິດວ່າ : ‘‘ ຕັ້ງແຕ່ເຫັນຄະດີ ຂ້ອຍເວົ້າໄດ້ຕັ້ງແຕ່ທຳອິດວ່າມັນເປັນການຂ້າຕະກອນ ຂ້ອຍຕໍ່ສູ້ມາເປັນເວ ລາຍາວນານ ແລະ ເຮົາມາເຖິງຈຸດນີແລ້ວ ’’.

ບົດລົງໂທດໃນຂໍ້ຫາຂ້າຕະກຳຂອງອາເຈນຕີນາ ຜູ້ທີ່ຖືກຕັດສິນວ່າມີຄວາມຜິດຈະຖືກໂທດຈຳຄຸກລະຫວ່າງ 8-25 ປີ.

ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - 3 - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - 5 - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ
ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ - 4 - ສານເອົາຜິດທີມໝໍ 8 ຄົນ ຂ້າຕະກຳ ມາຣາໂດນາ