ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ

ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - 289806625 749449906503712 7772548661049909429 n - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ
ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - kitchen vibe - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ

ການປະຕິຮູບລັດວິສາຫະກິດທີ່ລັດຖືຮຸ້ນ 100% ຫຼື ຮັກສາການຖືຮຸ້ນໄວ້ ຕ້ອງໄດ້ມີການປັບໂຄງສ້າງຂອງລັດວິສາຫະກິດ, ໂຄງສ້າງທາງດ້ານການເງິນຊັບສິນ-ໜີ້ສິນ, ໂຄງສ້າງຜູ້ບໍລິຫານ, ໂຄງສ້າງບຸກຄະລາກອນຮອບດ້ານ ເພື່ອເຮັດໃຫ້ວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ ແລະ ທິດທາງການປະຕິຮູບລັດວິສາຫະກິດໄລຍະຜ່ານມາ ແລະ ທິດທາງແຜນການປະຕິຮູບລັດວິສາຫະກິດ ແຕ່ນີ້ຫາທ້າຍປີ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ມິຖຸນາ ນີ້, ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - Visit Laos Visit SALANA BOUTIQUE HOTEL - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ
ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - Visit Laos Visit SALANA BOUTIQUE HOTEL - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ສະຖິຕິກ່ຽວກັບຫົວໜ່ວຍລັດວິສາຫະກິດມີຈຳນວນທັງໝົດ 178 ຫົວໜ່ວຍ (ຫຼື ເທົ່າກັບ 0,12% ຂອງຈໍານວນຫົວໜ່ວຍວິສາຫະກິດທັງໝົດ 148.824 ຫົວໜ່ວຍ ທີ່ໄດ້ຂຶ້ນທະບຽນໃນຂອບເຂດທົ່ວປະເທດ) ໃນ 178 ຫົວໜ່ວຍ, ໃນນີ້ 96 ຫົວໜ່ວຍຢູ່ສູນກາງ ແລະ 82 ຫົວໜ່ວຍຢູ່ທ້ອງຖິ່ນ. ມີທຶນຈົດທະບຽນ 28.008 ຕື້ກີບ (ຫຼືເທົ່າກັບ 6% ຂອງທຶນຈົດທະບຽນຂອງວິສາຫະກິດທັງໝົດໃນຂອບເຂດທົ່ວປະເທດ ຊຶ່ງເທົ່າກັບ 470.906 ຕື້ກີບ); ມູນຄ່າຊັບສິນທັງໝົດມີ 184.765 ຕື້ກີບ ທຽບເທົ່າ 96,16% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ມູນຄ່າໜີ້ສິນທັງໝົດມີ 147.451 ຕື້ກີບ ທຽບເທົ່າ 76,74% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ລາຍຮັບຈາກການດໍາເນີນທຸລະກິດສະເລ່ຍຈຳນວນ 31.530 ຕື້ກີບ/ປີ ແລະ ສາມາດສ້າງກຳໄລສຸດທິສະເລ່ຍໄດ້ 414 ຕື້ກີບ/ປີ, ສາມາດມອບເງິນພັນທະໃຫ້ລັດຖະບານສະເລ່ຍມູນຄ່າ 504 ຕື້ກີບ/ປີ.

ໄລຍະຜ່ານມາລັດວິສາຫະກິດໄດ້ປະກອບສ່ວນທີ່ສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນຕົ້ນແມ່ນການບໍລິການສາທາລະນະປະໂຫຍດ ໃນບັນດາໂຄງລ່າງພື້ນຖານໃນເຂດຕົວເມືອງ ແລະ ຊົນນະບົດເຊັ່ນ: ຮອດປີ 2020 ສາມາດຂະຫຍາຍຕາໜ່າງໄຟຟ້າ ກວມ 89% ໃນຂອບເຂດທົ່ວປະເທດ, ຂະຫຍາຍນໍ້າປະປາ ກວມ 72% ຂອງປະຊາກອນໃນບັນດາຕົວເມືອງ, ສະໜອງເງິນກູ້ໃຫ້ສັງຄົມ ກວມ 50% ຂອງທົ່ວລະບົບທະນາຄານ, ຂະຫຍາຍຕາໜ່າງເສັ້ນທາງຄົມມະນາຄົມ, ການຂົນສົ່ງ, ການສື່ສານ, ປະກອບສ່ວນພັນທະຕ່າງໆເຂົ້າງົບປະມານແຫ່ງລັດ ແລະ ສະໜອງຜະລິດຕະພັນຈຳນວນໜຶ່ງໃຫ້ແກ່ສັງຄົມເຊັ່ນ: ອຸປະກອນກໍ່ສ້າງ, ຜະລິດຕະພັນຢາ, ເຄື່ອງດື່ມ, ປຶ້ມຂຽນ, ອຸປະກອນການແພດ, ອຸປະກອນການຮຽນ-ການສອນ ແລະ ອື່ນໆ), ການປະເມີນຜົນວິສາຫະກິດລັດລົງທຶນ: ວິສາຫະກິດລັດລົງທຶນມີຈຳນວນທັງໝົດ 178 ຫົວໜ່ວຍ (ໃນນີ້ 96 ຫົວໜ່ວຍຂຶ້ນກັບການຄຸ້ມຄອງຂອງສູນກາງ ແລະ 82 ຫົວໜ່ວຍຂຶ້ນກັບທ້ອງຖິ່ນ). ໃນປີ 2020 ກະຊວງການເງິນ ໄດ້ດໍາເນີນການປະເມີນຜົນຂີດຄວາມສາມາດທາງການເງິນດ້ວຍຕົວຊີ້ວັດ (KPI) ລວມ 3 ປີ (2016-2018) ຂອງຈໍານວນ 41 ຫົວໜ່ວຍ (ເນື່ອງຈາກໂຕເລກປີ 2019 ຍັງສັງລວມຂໍ້ມູນບໍ່ທັນຄົບຖ້ວນ) ແລ້ວໄດ້ນຳມາຈັດລຳດັບປະສິດທິພາບທາງການເງິນເປັນ 3 ປະເພດຄື: ປະເພດ A (ແມ່ນທຸລະກິດທີ່ມີປະສິດທິຜົນດີ) ມີຈໍານວນ 12 ຫົວໜ່ວຍ, ປະເພດ B (ແມ່ນທຸລະກິດທີ່ມີປະສິດທິຜົນປານກາງ) ມີຈໍານວນ 17 ຫົວຫນ່ວຍ, ປະເພດ C (ແມ່ນທຸລະກິດທີ່ບໍ່ມີປະສິດທິຜົນ) ມີຈໍານວນ 11 ຫົວໜ່ວຍ. ການປະຕິຮູບລັດວິສາຫະກິດແຕ່ລະປະເພດ

1. ລັດວິສາຫະກິດຍຸດທະສາດທີ່ລັດຈຳເປັນຕ້ອງຖືຮຸ້ນ 100% ຫຼື ຮັກສາການຖືຮຸ້ນໄວ້ໃນອັດຕາສ່ວນໃຫຍ່ນັ້ນຈະດຳເນີນການປັບໂຄງສ້າງຂອງລັດວິສາຫະກິດ, ໂຄງສ້າງທາງດ້ານການເງິນຊັບສິນ-ໜີ້ສິນ, ໂຄງສ້າງຜູ້ບໍລິຫານ,ໂຄງສ້າງບຸກຄະລາກອນຮອບດ້ານ ເພື່ອເຮັດໃຫ້ວິສາຫະກິດດໍາເນີນທຸລະກິດຢ່າງມີປະສິດທິຜົນ;
2. ລັດວິສາຫະກິດທີ່ບໍ່ເປັນຍຸດທະສາດ ໂດຍລັດບໍ່ຈຳເປັນສືບຕໍ່ຖືຮຸ້ນໃນອັດຕາສ່ວນໃຫຍ່ຈະໄດ້ຄົ້ນຄວ້າປັບໂຄງສ້າງວິສາຫະກິດໂດຍດຳເນີນການຂາຍຮຸ້ນອອກບາງສ່ວນ ເພື່ອສ້າງຄວາມເຊື່ອຖື ໂດຍເລືອກເອົາພາກສ່ວນເສດຖະກິດອື່ນ ທີ່ມີປະສົບການມາບໍລິຫານ ເພື່ອຍາດແຍ່ງທຶນຮອນເຕັກໂນໂລຊີ;
3. ລັດວິສາຫະກິດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ລັດບໍ່ຈຳເປັນເຂົ້າຖືຮຸ້ນ ຈະໄດ້ຄົ້ນຄວ້າຫັນໄປສູ່ຮູບການອື່ນ ໂດຍໃຫ້ດຳເນີນການກວດກາປະເມີນມູນຄ່າຊັບສິນ-ໜີ້ສິນຄືນໃໝ່ ໂດຍການວ່າຈ້າງບໍລິສັດທີ່ປຶກສາດ້ານການເງິນທີ່ໜ້າເຊື່ອຖື ເພື່ອເປັນເຄື່ອງມືໃຫ້ແກ່ຄະນະປະຕິຮູບຕົກລົງແຕ່ລະບັນຫາ;
4. ລັດວິສາຫະກິດໃດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ບໍ່ຈໍາເປັນຈະມີລັດວິສາຫະກິດດັ່ງກ່າວອີກ ໃຫ້ດໍາເນີນການຍຸບເລີກຕາມກົດໝາຍ ແລະ ລະບຽບການ ແລະ ທິດທາງກ່ຽວກັບການປັບປຸງໂຄງສ້າງຜູ້ບໍລິຫານ ແລະ ບຸກຄະລາກອນຄະນະປະຕິຮູບລັດວິສາຫະກິດທີ່ໄດ້ຮັບການແຕ່ງຕັ້ງຈາກນາຍົກລັດຖະມົນຕີ ມີຄວາມຮັບຜິດຊອບປັບໂຄງສ້າງຜູ້ບໍລິຫານ ແລະ ບຸກຄະລາກອນຕາມທິດນຳດັ່ງນີ້:

1)ສໍາລັບຜູ້ບໍລິຫານລັດວິສາຫະກິດທີ່ເປັນຍຸດທະສາດຂອງປະເທດ ຜູ້ອຳນວຍການໃຫຍ່ຕ້ອງເປັນລັດຖະກອນ ແລະ ເປັນເລຂາໜ່ວຍພັກ, ຮອງອຳນວຍການລົງໄປແມ່ນຈະໄດ້ວ່າຈ້າງຜູ້ບໍລິຫານທີ່ເປັນມືອາຊີບ, ມີຄວາມຮູ້, ຄວາມສາມາດ, ມີປະສົບການທີ່ແນ່ນອນຕາມກົນໄກການຄັດເລືອກບົນພື້ນຖານກົດໝາຍກໍານົດ ແລະ ແຕ່ງຕັ້ງ ຫຼື ປົດຕຳແໜ່ງຕາມລະບຽບການ;
2) ສໍາລັບຜູ້ບໍລິຫານລັດວິສາຫະກິດທີ່ລັດຖືຮຸ້ນ 51%-100% ທີ່ເປັນວິສາຫະກິດທົ່ວໄປແມ່ນສະພາບໍລິຫານເປັນຜູ້ຄັດເລືອກ ແລະ ປົດຕໍາແໜ່ງຄະນະອຳນວຍການ, ຈະເລືອກເອົາລັດຖະກອນທີ່ມີຄວາມສາມາດ ຫຼື ສາມາດວ່າຈ້າງຜູ້ບໍລິຫານທີ່ເປັນມືອາຊີບເຂົ້າມາບໍລິຫານ ແລ້ວສະເໜີກະຊວງການເງິນອອກຂໍ້ຕົກລົງຕາມກົດໝາຍ;
3) ສໍາລັບລັດວິສາຫະກິດທີ່ລັດຖືຮຸ້ນ 49% ລົງມາ ຕໍ່ກັບຜູ້ບໍລິຫານແມ່ນອີງໃສ່ກອງປະຊຸມຜູ້ຖືຮຸ້ນເປັນຜູ້ຕົກລົງແຕ່ງຕັ້ງ ແລະ ປົດຕຳແໜ່ງ ແລ້ວສະເໜີກະຊວງການເງິນອອກຂໍ້ຕົກລົງຕາມກົດໝາຍ.

ສຳລັບການຈັດຕັ້ງປະຕິບັດແຜນການປະຕິຮູບລັດວິສາຫະກິດໃນປີ 2022 ຄວາມຄືບໜ້າຂອງການດໍາເນີນຂັ້ນຕອນການປະຕິຮູບ 5 ລັດວິສາຫະກິດຍຸດທະສາດ ມາຮອດປັດຈຸບັນລັດຖະບານໄດ້ສຳເລັດການແຕ່ງຕັ້ງຄະນະປະຕິຮູບ ເພື່ອປ່ຽນແທນສະພາບໍລິຫານ ເພື່ອດຳເນີນຂັ້ນຕອນການປະຕິຮູບ 3 ລັດວິສາຫະກິດຄື: ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ, ກຳລັງດຳເນີນການສະເໜີແຕ່ງຕັ້ງຄະນະປະຕິຮູບລັດວິສາຫະກິດການບິນລາວ ແລະ ລັດວິສາຫະກິດພັດທະນາກະສິກຳ, ອຸດສາຫະກຳ ແລະ ບໍລິການຂາເຂົ້າ-ຂາອອກຈາກທ່ານນາຍົກລັດຖະມົນຕີ; ໜ້າທີ່ຂອງຄະນະປະຕິຮູບລັດວິສາຫະກິດ ແມ່ນກຳນົດທິດທາງ ແລະ ມາດຕະການປະຕິຮູບຮອບດ້ານເຊັ່ນ: ປັບປຸງໂຄງສ້າງດ້ານທຸລະກິດຂອງບໍລິສັດ, ປັບປຸງໂຄງສ້າງດ້ານການເງິນຊັບສິນ-ໜີ້ສິນ, ປັບປຸງຜູ້ບໍລິຫານ, ປັບປຸງດ້ານໂຄງສ້າງບຸກຄະລາກອນ ໄປຕາມທິດສັນຍາແຮງງານ ເພື່ອອອກຈາກລະ ບົບບໍລິຫານເກື້ອກູນໃນປັດຈຸບັນໄປສູ່ການໄລ່ລຽງເສດຖະກິດມີປະສິດທິຜົນ ແລະ ໃຫ້ມີຜົນກຳໄລ.

ທິດທາງໃນການປະຕິຮູບຂອງ 5 ລັດວິສາຫະກິດມີດັ່ງນີ້: ສຳລັບລັດວິສາຫະກິດໄຟຟ້າລາວ ຈະຮັກສາເປັນລັດວິສາຫະກິດທີ່ລັດຖືຮຸ້ນ 100% ແຕ່ຈະມີການປະຕິຮູບຢ່າງຮອບດ້ານຕາມການຄົ້ນຄວ້າຂອງຄະນະປະຕິຮູບ. ສໍາລັບລັດວິສາຫະກິດການບິນລາວ, ລັດວິສາຫະກິດພັດທະນາກະສິກຳ, ອຸດສາຫະກຳ ແລະ ບໍລິການຂາອອກ-ຂາເຂົ້າ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວຕາມທິດຄົ້ນຄວ້າໃນລັກສະນະຮ່ວມທຶນກັບພາກສ່ວນເສດຖະກິດອື່ນໂດຍລັດຖືຮຸ້ນ 51% ຂຶ້ນໄປ, ສຳລັບລັດວິສາຫະກິດໄຟຟ້າລາວມະຫາຊົນຍັງຈະສືບຕໍ່ຮັກສາຮູບແບບປັດຈຸບັນ ແລະ ດຳເນີນການປັບປຸງຮອບດ້ານຕາມການຕົກລົງຂອງສະພາບໍລິຫານ ແລະ ຜູ້ບໍລິຫານຊຸດໃໝ່ ເພື່ອດຳເນີນການບໍລິຫານບໍລິສັດດັ່ງກ່າວຕາມລະບຽບຂອງບໍລິສັດມະຫາຊົນທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ຈະແຍກໃຫ້ຂາດຕົວອອກຈາກລັດວິສາຫະກິດໄຟຟ້າລາວທີ່ມີບັນຫາຄຸມເຄືອທາງດ້ານໜີ້ສິນໃນປັດຈຸບັນ.

ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - 3 - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ
ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - 4 - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ
ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ - 5 - ການປະຕິຮູບລັດວິສາຫະກິດ ທີ່ລັດຖືຮຸ້ນຕ້ອງປັບປຸງໂຄງສ້າງຮອບດ້ານ