ປກສ ເມືອງຫີນບູນ ແຂວງຄຳມ່ວນສະກັດຄັນຊາ 939 ກິໂລກຣາມທີ່ກຽມສົ່ງຂ້າມຂອງ
June 23, 2022 - 12:03 PM
ວັນທີ 21 ມິຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີ່ ປກສ ເມືອງຫີນບູນ ແຂວງຄຳມ່ວນ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ເຄື່ອນໄຫວຕິດຕາມ ເປົ້າໝາຍຜູ້ຄ້າຂາຍຢາເສບຕິດໃນຂອບເຂດບ້ານໂພນຄໍ້ ເມືອງຫີນບູນ ແຂວງຄຳມ່ວນ.
ມາຮອດເວລາ 3:00 ໂມງ ເຊົ້າຂອງວັນດຽວກັນ ຈຶ່ງພົບເຫັນຜູ້ຖືກສົງໄສກໍາລັງຂົນຢາ ເສບຕິດ ປະເພດຄັນຊາຈຳນວນ 20 ເປົາ ລົງໃສ່ເຮືອເພື່ອຈະເອົາໄປຂ້າມຂອງໄປປະເທດເພື່ອນບ້ານ.
ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນຳກຳລັງເຂົ້າປິດລ້ອມ ແລະ ຢຶດເອົາຂອງກາງໄດ້ຄັນຊາຈຳນວນ 20 ເປົາໃຫຍ່ ແລະ 4 ເປົານ້ອຍ ມີນໍ້າໜັກທັງໝົດ 939 ກິໂລກຣາມ, ລົດວີໂກ 1 ຄັນ, ລົດຈັກ 1 ຄັນ, ເຮືອຫາງຍາວ 1 ລຳ ແລະ ຜູ້ຖືກຫາ ຊື່ທ້າວ ແອັດ ສົມວົງ ອາຍຸ 30 ປີ, ບ້ານບຸ່ງກວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄວ້ດຳເນີນຄະດີຕາມລະບຽບກົດໝາຍ.
ສ່ວນຂອງກາງດັ່ງກ່າວແມ່ນ ທາງເຈົ້າໜ້າໜ້າ ປກສ ເມືອງ ແລະ ກອງກໍ່ສ້າງຮາກຖານ 917 ໄດ້ມອບໃຫ້ ປກສ ແຂວງຄຳມ່ວນ ນຳໄປດຳເນີນຄະດີ ຕໍ່.
No comments yet! You be the first to comment.