ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ

ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ - 1 1655807029026940247612 - ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ
ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ - kitchen vibe - ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ

ໜັງສືພິມ ຊາວຜູ້ອອກແຮງງານ ຂອງຫວຽດນາມ, ລາຍງານວັນທີ 22 ມິຖຸນາ 2022 ວ່າ: ສານປະຊາຊົນສູງສຸດນະຄອນຫຼວງ ຮ່າໂນ້ຍ ໄດ້ພິພາກສາຄຳອຸທອນຂອງອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ຫງວຽນດຶກຈຸງ ພ້ອມພວກ ໃນຄະດີສໍ້ໂກງ ຊື້ຂາຍທາດເຄມີ Redoxy-3C.

ສານປະຊາຊົນສູງສຸດນະຄອນຫຼວງ ຮ່າໂນ້ຍ ໄດ້ຕັດສິນຈຳຄຸກ ຫງວຽນດຶກຈຸງ 5 ປີ ໃນຄະດີ “ສວຍໃຊ້ໜ້າທີ່ຕຳແໜ່ງ”, ລວມທັງຄະດີ “ຄອບຄອງເອກະສານລັບຂອງຊາດ” ຫງວຽນດຶກຈຸງ ຖືກຕັດສິນຈຳຄຸກທັງໝົດ 10 ປີ, ຊຶ່ງກ່ອນໜ້ານັ້ນ ຫງວຽນດຶກຈຸງກໍຖືກສານຂັ້ນຕົ້ນຕັດສິນຈຳຄຸກ 8 ປີ ໄປກ່ອນແລ້ວ.

ໃນຄະດີ “ສວຍໃຊ້ໜ້າທີ່ຕຳແໜ່ງ” ພ້ອມກັບ ຫງວຽນດຶກຈຸງ ຍັງມີພວກອີກ 2 ຄົນຄື: ຫງວຽນເຈື່ອງຢາງ ໂທດຈຳຄຸກ 3 ປີ, ວໍ້ຕຽນຮຸ່ງ 30 ເດືອນ

ເນື່ອງຈາກວ່າ ຈຳເລີຍທັງ 3 ໄດ້ໃຊ້ແທນຄືນຜົນເສຍຫາຍທີ່ກໍ່ຂຶ້ນທັງໝົດ 36 ຕື້ດົງ, ໃນນັ້ນ ຫງວຽນດຶກຈຸງ 25 ຕື້ດົງ, ວໍ້ຕຽນຮຸ່ງ 4 ຕື້ດົງ, ຫງວຽນເຈື່ອງຢາງ 7 ຕື້ດົງ, ສານຈຶ່ງຍົກຟ້ອງການແຈ້ງຊັບສິນຂອງຈຳເລີຍທັງໝົດ ພ້ອມທັງຜ່ອນໂທດລົງໃຫ້ພວກກ່ຽວ.

ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ - 3 - ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ
ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ - 4 - ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ
ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ - 5 - ອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ໄຊ້ແທນຄືນ 25 ຕື້ດົງ ໄດ້ຮັບຜ່ອນໂທດຈຳຄຸກລົງ 3 ປີ