ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ

ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - 289896441 1922372774633160 5703570022669491177 n - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ
ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - kitchen vibe - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາຍງານຄວາມຄືບໜ້າການແກ້ໄຂບັນຫານໍ້າມັນເຊື້ອໄຟ ແລະ ຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ:

ນັບແຕ່ວັນທີ 1 ຫາ 21 ມິຖຸນາ 2022, ລັດຖະບານໄດ້ສະໜອງເງິນຕາໃຫ້ວິສາຫະກິດນໍ້າມັນເຊື້ອໄຟແລ້ວ 102 ລ້ານໂດລາສະຫະລັດ ເພື່ອແກ້ໄຂບັນຫາການຂາດເຂີນນໍ້າມັນເຊື້ອໄຟໃນທົ່ວປະເທດ ແລະຕອບສະໝອງຄວາມຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ.

ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ
ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ

ລັດຖະບານສາມາດແກ້ໄຂບັນຫາການຂາດ ເຂີນນໍ້າມັນໄດ້ໂດຍພື້ນຖານ ໂດຍນໍາເຂົ້ານໍ້າມັນເຊື້ອໄຟແລ້ວຫລາຍກວ່າ 60 ລ້ານລິດ ໃນນີ້ກາຊວນ 40 ກວ່າລ້ານລິດກວມ 75%ຂອງການນໍາເຂົ້ານໍ້າມັນທັງໝົດ ແລະ ມາຮອດປັດຈຸບັນເຫັນວ່າການບໍລິການນໍ້າມັນໃນເຂດຕົວເມືອງຄ່ອງຕົວຫລາຍຂື້ນ ແລະຈະສືບຕໍ່ຊຸກຍູ້ໃຫ້ຜູ້ປະກອບການທຸລະກິດນໍ້າມັນເຊື້ອໄຟກະ ຈາຍນໍ້າມັນສູ່ເຂດຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ.

ສປປ ລາວ ເປັນປະເທດນໍາເຂົ້ານໍ້າມັນ 100% ແລະ ສະເລ່ຍການນໍາໃຊ້ນໍ້າມັນເຊື້ອໄຟ 100-120 ລ້ານລິດຕໍ່ເດືອນ ຫລື 1.200 ລ້ານລິດຕໍ່ປີ. ເມື່ອກ່ອນຊື້ ນໍ້າມັນພຽງແຕ່ 600-700 ລ້ານໂດລາສະຫະລັດ ກໍສາມາດຕອບສະໜອງໄດ້ຢ່າງພຽງພໍກັບຄວາມຕ້ອງ ການນໍາໃຊ້ໃນທົ່ວປະເທດຕໍ່ປີ.

ປັດຈຸບັນ ຈາກການປັບຂື້ນລາຄານໍ້າມັນຂອງຕະຫລາດໂລກ 1 ໂດລາສະຫະລັດ ສາມາດຊື້ນໍ້າມັນໄດ້ພຽງ 1 ລິດ ສະນັ້ນເຮັດໃຫ້ລາວຕ້ອງການເງິນຕາເພື່ອຊື້ນໍ້າມັນເຊື້ອໄຟມາບໍລິການຮັບໃຊ້ສັງຄົມເຖິງ 1.200 ລ້ານໂດລາສະຫະລັດຕໍ່ປີເຮັດໃຫ້ຄວາມຕ້ອງການເງິນຕາຕ່າງປະເທດຫລາຍຂຶ້ນ ສ້າງຄວາມຫຍຸ້ງຍາກໃນການຊອກຫາເງິນຕາຕ່າງປະເທດ ຊຶ່ງສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ໂດຍສະເພາະອັດຕາແລກປ່ຽນຂອງທະນາຄານແຫ່ງຊາດ ແລະອັດຕາແລກປ່ຽນທີ່ກຳນົດນົດໄວ້ໃນທະນາ ຄານທຸລະກິດ.

ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - 3 - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ
ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - 5 - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ
ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ - 4 - ສປປ ລາວ ຕ້ອງການເງິນຕາຕ່າງປະເທດ ເພື່ອຊື້ນໍ້າມັນເຊື້ອໄຟ 1.200 ລ້ານໂດລາ/ປີ