ນາຍົກເນັ້ນ ການເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ, ປັບປຸງປ່ຽນແປງ ສູ່ອັນໃໝ່ທີ່ດີຂຶ້ນ ດ້ວຍຄວາມເປັນເອກະພາບ ແລະ ລະມັດລະວັງສູງ
ວັນທີ 23 ມິຖຸນາ 2022 ທີ່ທະນາຄານແຫ່ງ ສປປ ລາວ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນຳໃນໂອກາດເຂົ້າຮ່ວມພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະ ນາຄານແຫ່ງ ສປປ ລາວ ຜູ້ເກົ່າ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ຜູ້ໃໝ່ ຊຶ່ງນອກຈາກຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງສັບຊ້ອນສະມາຊິກລັດ ຖະບານຄັ້ງນີ້ແລ້ວຍັງຍົກໃຫ້ເຫັນສະພາບພົ້ນເດັ່ນດ້ານການເງິນ-ເງິນຕາ, ຜົນກະທົບ ແລະ ສິ່ງທ້າທາຍຕ່າງໆຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະທດເຮົາ.
ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ນໍາບາງຈຸດໃຫ້ພະນັກງານ-ລັດຖະກອນຂະແໜງການທະນາຄານທີ່ເປັນເສນາທິການໃຫ້ແກ່ລັດຖະບານ ນຳໄປຄົ້ນຄວ້າ ແລະ ປັບປຸງແກ້ໄຂເປັນຕົ້ນຈະພັດທະ ນານະໂຍບາຍສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ການບໍລິການແນວໃດເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເລື້ອຍໆ; ຈະປັບປຸງໂຄງສ້າງ ແລະ ການບໍລິຫານ ໃນລະບົບສະຖາບັນການເງິນແນວໃດ ເພື່ອຄວາມເຂັ້ມແຂງ ແລະ ໝັ້ນຄົງທັງເຮັດໃຫ້ການບໍລິການມີປະສິດທິຜົນ; ຈະເຮັດແນວໃດເພື່ອຫຼຸດຜ່ອນການຂາດດູນເງິນຕາຕ່າງປະເທດເປັນກ້າວໆ, ມີຄັງສຳຮອງໃຫ້ສາມາດຮັບປະກັນການນຳເຂົ້າຕາມແຜນທີ່ວາງໄວ້, ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນຢູ່ໃນລະດັບທີ່ສາມາດຄວບຄຸມໄດ້; ຈະປັບປຸງກົນໄກການຄຸ້ມຄອງອັດຕາແລກປ່ຽນແນວໃດເພື່ອສ້າງສະຖຽນ ລະພາບຄ່າເງິນກີບໃຫ້ໝັ້ນທ່ຽງ; ຈະພັດທະນາລະບົບການຊຳລະ ແລະ ເຕັກໂນໂລຊີດ້ານການເງິນໃຫ້ທັນສະໄໝ, ປອດໄພ ແລະ ສາມາດເຊື່ອມໂຍງກັບສາກົນໄດ້ແນວໃດ.
ນອກນີ້, ນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳປັບປຸງແບບແຜນວິທີເຮັດວຽກໃຫ້ແທດເໝາະກັບສະພາບຕົວຈິງ, ປັບປຸງປ່ຽນແປງໄປສູ່ອັນໃໝ່ທີ່ດີຂຶ້ນບົນພື້ນຖານຄວາມເປັນເອກະພາບພາຍໃນ ແລະ ດ້ວຍຄວາມລະມັດ ລະວັງສູງ; ຈາກນີ້ຮຽກຮ້ອງພະນັກງານ-ລັດຖະກອນທົ່ວທະນາຄານແຫ່ງສປປ ລາວ ມີຄວາມເສຍສະລະ, ຊື່ສັດບໍລິສຸດ, ເຫັນແກ່ຜົນປະໂຫຍດລວມຂອງຊາດ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະເຕັມ ກຳລັງແຮງຂອງຕົນ.