ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດອິນເດຍ
ໃນວັນທີ 23 ມິຖຸນາ 2022 ນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ ( Rajkumar Ranjan Singh) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວ.
ໂອກາດດັ່ງກ່າວ, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາຍຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນທຸກຂົງເຂດວຽກງານ, ໂດຍສະເພາະ ວຽກງານດ້ານການທ່ອງທ່ຽວ, ວຽກງານການຕ່າງປະເທດ ລະຫວ່າງສອງປະເທດ ລາວ-ອິນເດຍ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ຕະຫລອດໄປ ໃນອະນາຄົດ ແລະ ຍາວນານ, ພ້ອມນັ້ນ, ທ່ານນາງ ສວນສະຫວັນ ວິຍະເກດ ຍັງໄດ້ ສະແດງຄວາມຂອບໃຈ ຕໍ່ລັດຖະບານອິນເດຍ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແກ່ ສປປ ລາວ ໃນໄລຍະຜ່ານມາ ໃນຫລາຍດ້ານເປັນຕົ້ນ, ດ້ານການສຶກສາ, ດ້ານວັດທະນະທຳ ແລະ ການທ່ອງທ່ຽວ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ.
ທ່ານ ຣາຈ໌ກູມາ ຣານຈັ່ນ ຊິ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ສວນສະຫວັນ ວິຍະເກດ ທີ່ໄດ້ສະຫລະເວລາອັນມີຄ່າມາຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໃຫ້ທ່ານລັດຖະມົນຕີຮັບຊາບ, ພ້ອມທັງ ຕີລາຄາສູງ ຕໍ່ການຮ່ວມມື, ແລກປ່ຽນດ້ານການທ່ອງທ່ຽວ, ແລກປ່ຽນດ້ານວັດທະນະທຳ ເຊິ່ງກັນ ແລະ ກັນ ໃນໄລຍະຜ່ານມາ, ພ້ອມນັ້ນ, ທ່ານ ຣາຈ໌ກູມາ ຣານຈັ່ນ ຍັງໄດ້ຢືນຢັນວ່າ ລັດຖະບານ ອິນເດຍ ຈະສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແກ່ ສປປ ລາວ ຕື່ມອີກ, ເປັນຕົ້ນ ສະໜອງທຶນການສຶກສາ ໃຫ້ນັກສຶກສາລາວໄປຮຽນຢູ່ອິນເດຍ ແລະ ອື່ນໆ.