ລັດຖະບານ ກຳລັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຊີ້ແຈງວຽກງານລັດຖະບານຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດວ່າ: ຄວາມຫຍຸ້ງຍາກຂອງສະ ພາບເສດຖະກິດຢູ່ປະເທດເຮົາໃນປັດຈຸບັນເກີດຈາກ 2 ສາເຫດຕົ້ນຕໍ ໂດຍສາເຫດນອກຕົວມາຈາກຜົນກະ ທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະກິດໂລກທີ່ເກີດຈາກປະເທດຕາເວັນຕົກຂວໍ້າບາດເສດຖະກິດຣັດເຊຍ.
ສ່ວນສາເຫດໃນຕົວຍ້ອນຢູ່ພາຍໃນພວກເຮົາຍັງບໍ່ສະດຸ້ງໄວແກ້ໄຂບັນຫາ ຫລື ບໍ່ຢາກປ່ຽນແປງໄປສູ່ອັນໃໝ່. ແນວໃດກໍຕາມ, ລັດຖະບານ ພວມເອົາໃຈໃສ່ຢ່າງໃກ້ຊິດແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ, ເປົ້າໝາຍ ແລະຄາດໝາຍຕ່າງໆທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດກ່ຽວກັບການແກ້ໄຂສະພາບເສດຖະກິດ-ການເງິນ ບົນພື້ນ ຖານຍຶດໝັ້ນຫລັກກການເດັດຂາດ, ໂປງໃສ ແລະ ມືອາຊີບໃຫ້ມີປະສິດທິຜົນ. ຂະນະທີ່ບາງມາດຕະການຕົວຈິງສະເພາະໜ້ານັ້ນ, ລັດຖະບານໄດ້ເພີ່ມທະວີຄວາມເດັດຂາດຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານແລກ ປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ.
ປັດຈຸບັນ, ທະນາຄານແຫ່ງສປປ ລາວ ພວມຫັນເອົາຮ້ານແລກປ່ຽນເງິນຕາທັງໝົດເຂົ້າສັງກັດທະນາຄານ ທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານແຫ່ງສປປ ລາວ. ນອກນີ້ລັດຖະບານໄດ້ອອກພັນທະບັດເພື່ອດຶງດູດແຫຼ່ງທຶນສະກຸນເງິນກີບຈາກສັງຄົມເຂົ້າສູ່ທະນາຄານ ຊຶ່ງການ ອອກພັນທະບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນປັບລົງເລື້ອຍໆ.
ສ່ວນການແກ້ໄຂວິກິດນໍ້າມັນເຊື້ອໄຟນັ້ນ, ລັດຖະບານໄດ້ປັບໂຄງສ້າງລາຄານໍ້າມັນຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງຊາດອະນຸມັດໂດຍ ປັບຈາກອາກອນຊົມໃຊ້ຈາກ 11% ມາເປັນຂອບອັດຕາຈັດຕັ້ງປະຕິບັດຕົວຈິງແຕ່ 0-11%, ສ່ວນແອັດຊັງທຳມະດາຈາກ 16% ມາເປັນຂອບຈັດຕັ້ງປະຕິບັດຕົວຈິງແຕ່ 0-16% ຊຶ່ງຄະນະປະຈຳສະພາແຫ່ງຊາດ ໄດ້ຕົກລົງໃຫ້ລັດຖະບານກຳນົດເອົາເອງໃນຂອບດັ່ງກ່າວພ້ອມທັງໄດ້ໃຫ້ສິນເຊື່ອບໍລິສັດນໍ້າມັນເຊື້ອໄຟລາວ ເພື່ອເປັນຕົວແທນຂອງບັນດາບໍລິສັດນຳເຂົ້ານ້ຳມັນຈັດຊື້ນໍ້າມັນມາສະໜອງໃຫ້ສັງຄົມ ແລະ ມອບໃຫ້ 4 ບໍ ລິສັດໃຫ້ເປັນຕົວແທນນໍາເຂົ້ານໍ້າມັນເປັນຜູ້ຄຸ້ມຄອງຈັດຊື້ນໍ້າມັນເຊື້ອໄຟສະໜອງໃຫ້ແກ່ສັງຄົມ.
ນອກນີ້,ລັດ ຖະບານ ຈະຊອກວິທີທາງອື່ນຈັດຫານໍ້າມັນເຊື້ອໄຟເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ. ສ່ວນລາຄານໍ້າມັນເຊື້ອໄຟຈະໃຫ້ເປັນໄປຕາມລາຄາໃນຕະຫລາດໂລກ.
ນາຍົກລັດຖະມົນຕີ ກ່າວຕື່ມວ່າ: ລັດຖະບານຈະຖອດຖອນບົດຮຽນປັບໂຄງສ້າງການນໍາເຂົ້າສິນຄ້າປະ ເພດຕ່າງໆ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫລື ຜະລິດໄດ້ອາດໂຈະນໍາເຂົ້າ, ຈະສືບຕໍ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຂອງພະນັກງານລັດຖະກອນ ແລະ ເຈົ້າໜ້າທີ່ທີ່ມີພຶດຕິກໍາສວຍໃຊ້ໜ້າທີ່ຕຳແໜ່ງສວຍໂອກາດໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກດ້ານເສດຖະກິດດັ່ງປັດຈຸບັນ ແລະ ຢຶນຢັນຈະເປີດໃຈຮັບຟັງຄໍາຕໍາໜິສົ່ງຂ່າວຢ່າງຈິງໃຈກົງໄປກົງມາ, ສ້າງສັນທີ່ເປັນປະໂຫຍດຈາກສັງຄົມເພື່ອເປັນພື້ນຖານປັບປຸງລະບົບການເຮັດວຽກຂອງລັດຖະບານໃຫ້ດີກວ່າເກົ່າໃນຕໍ່ໜ້າ.
ແນວໃດກໍດີ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງປະຊາຊົນລາວບັນດາເຜົ່າຈົ່ງບໍລິໂພກຂໍ້ມູນຂ່າວສານຈາກສື່ສັງຄົມອອນລາຍຢ່າງມີສະຕິ, ກັ່ນຕອງເບິ່ງເຫດ ແລະ ຜົນກ່ອນຈະແບ່ງປັນຂໍ້ມູນຂ່າວສານດັ່ງກ່າວແລະ ຮຽກຮ້ອງໃຫ້ຍຸຕິການປ່ອຍຂ່າວບິດເບືອນ, ທັບຖົມໂຈມຕີ, ບິດເບືອນຂໍ້ມູນຄວາມຈິງ ສ້າງຄວາມແຕກຕື່ນໃຫ້ແກ່ສັງຄົມ.