ກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ
ວັນທີ 23 ມິຖຸນາ 2022 ນີ້, ທີ່ຫ້ອງວ່າການປົກຄອງແຂວງຈໍາປາສັກ, ໄດ້ຈັດກອງປະຊຸມກອງປະຊຸມທາບທາມຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ມີບັນດາການນໍາຂອງເມືອງ, ນະຄອນ, ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງແຂວງຈໍາປາສັກ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື, ສະພາປະຊາຊົນແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາ, ຄະນະຮັບຜິດຊອບຄົ້ນຄວ້າສ້າງຮ່າງກົດໝາຍ ແລະ ຜູ້ຕາງໜ້າຈາກສະພາແຫ່ງຊາດ, ບັນດາກະຊວງທີ່ກ່ຽວຂ້ອງທີ່ມາຈາກສູນກາງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ,ທ່ານ ບຸນປອນ ວັນນະຈິດ ໃຫ້ຮູ້ວ່າ: ກອງປະຊຸມທາບທາມຄໍາເຫັນໃນຄັ້ງນີ້ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນໃນການແລກປ່ຽນຄໍາຄິດຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ເພື່ອເປັນຂໍ້ມູນໃຫ້ແກ່ຄະນະວິຊາການຄົ້ນຄວ້ານໍາໄປຄົ້ນຄ້ວາປັບປຸງກົດໝາຍດັ່ງກ່າວໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບນິຕິກຳອື່ນໆ ແລະ ສະພາບການເຕີບໂຕທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອານາຄົດ.
ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ໃນການຫັນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍລະບົບກົດໝາຍໃຫ້ນັບມື້ນັບໜັກແໜ້ນເຂັ້ມແຂງ, ສ້າງທ່າແຮງທາງດ້ານລາຍຮັບໃຫ້ມີຄວາມໝັ້ນທ່ຽງ, ມີຖານລາຍຮັບທີ່ຮັບປະກັນຕໍ່ການປະຕິບັດພັນທະເຂົ້າງົບປະມານແຫ່ງລັດ, ຊຶ່ງໃນໄລຍະຜ່ານມາ ລາຍຮັບຈາກພາສີທີ່ດິນ ຫຼື ອາກອນທີ່ດິນຕາມການກໍານົດໃນກົດໝາຍທີ່ກໍາລັງຄົ້ນຄວ້າສ້າງນີ້ຖືວ່າເປັນແຫຼ່ງລາຍຮັບທີ່ໜັ້ນຄົງໜຶ່ງຂອງລາຍຮັບພາຍໃນ (ກວມປະມານ 0,1% ຂອງ GDP). ສະນັ້ນ, ໃນຊຸມປີຕໍ່ໄປຖ້າມີນິຕິກຳທີ່ຮັດກຸມ ແລະ ມີກົນໄກການຈັດເກັບທີ່ສະດວກວ່ອງໄວກໍຈະເຮັດໃຫ້ລາຍຮັບດັ່ງກ່າວເພີ່ມຂື້ນ.
ສໍາລັບຮ່າງກົດໝາຍສະບັບດັ່ງກ່າວນີ້ຄະນະວິຊາການໄດ້ເລີ່ມຄົ້ນຄວ້າປັບປຸງມາແຕ່ທ້າຍປີ 2021, ຊຶ່ງໄດ້ມີການສັງລວມບັນຫາຕ່າງໆຈາກການຈັດຕັ້ງປະຕິບັດຕົວຈິງ, ຄໍາເຫັນທີ່ຕິດພັນກັບກົດໝາຍດັ່ງກ່າວ ທີ່ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງ, ເພື່ອໃຫ້ມີຄວາມຈະແຈ້ງ, ຄົບຖ້ວນ ແລະ ສອດຄ່ອງກັບສະພາບການຕົວຈິງເປັນຕົ້ນ: ການປັບປຸງອັດຕາ, ລາຍການເກັບ, ລາຍການຍົກເວັ້ນ, ຖານຄິດໄລ່, ສິດ ແລະ ພັນທະ, ສິດ ແລະ ໜ້າທີ່ຂອງແຕ່ລະຂະແໜງການທີ່ກ່ຽວຂ້ອງ.
ໃນກອງປະຊຸມໄດ້ມີການນຳສະເໜີໂດຍຫຍໍ້ກ່ຽວກັບຮ່າງກົດໝາຍ, ຫຼັງຈາກນັ້ນ,ກໍ່ຈະໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາເຫັນຕໍ່ໃສ່ຮ່າງຮ່າງກົດໝາຍທີ່ຕິດພັນກັບຂົງເຂດການຄຸ້ມຄອງລາຍຮັບຈາກພາສີທີ່ດິນ ຫຼື ອາກອນທີ່ດິນໃນຮ່າງກົດໝາຍສະບັບນີ້ໃຫ້ມີຄວາມຄ່ອງຕົວສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຕົວຈິງຂອງປະເທດ, ພ້ອມທັງລົງເລິກຄົ້ນຄວ້າປະກອບຄໍາເຫັນຕໍ່ບາງເນື້ອໃນທີ່ສໍາຄັນເປັນຕົ້ນ: ໂຄງສ້າງຂອງຮ່າງກົດໝາຍ, ເນື້ອໃນທີ່ຕິດພັນກັບດ້ານເຕັກນິກ, ວິຊາການເຊັ່ນ: ການກໍານົດອັດຕາ, ການກໍານົດລາຍການທີ່ຖືກເສຍ ແລະ ຍົກເວັ້ນອາກອນ, ພື້ນຖານ ແລະ ວິທີການຄິດໄລ່, ການແຈ້ງ ແລະ ມອບອາກອນ ທີ່ທາງຄະນະວິຊາການໄດ້ຄົ້ນຄວ້າປັບປຸງ ແລະ ກໍານົດເຂົ້າໃນຮ່າງກົດໝາຍ. ການກໍານົດສິດ ແລະ ພັນທະຂອງອົງການຄຸ້ມຄອງ, ພາກສ່ວນກ່ຽວຂ້ອງ ແລະ ຜູ້ມອບອາກອນ ແລະ ບັນຫາອື່ນໆ.
ຊຶ່ງການປະກອບຄໍາເຫັນນັ້ນຈະເປັນຂໍ້ມູນ ແລະ ບ່ອນອີງທີ່ສໍາຄັນຫຼາຍທາງດ້ານວິຊາການເພື່ອປັບປຸງເນື້ອໃນຂອງບັນດາຮ່າງກົດໝາຍດັ່ງກ່າວໃຫ້ມີຄວາມສົມບູນ ແລະ ຄົບຖ້ວນຂຶ້ນຕື່ມ.