ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ

ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - 289847413 750669216381781 2875417148213842187 n - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ
ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - kitchen vibe - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ

ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ກ່າວ ກ່ຽວກັບການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 24 ມິຖຸນາ 2022 ວ່າ:
ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ
– ຈະຕິດຕາມກວດກາໂຄງການຕ່າງໆ ເປັນຕົ້ນ ໂຄງການເຊົ່າຊັບສິນ, ທີ່ດິນລັດ, ສຳປະທານທີ່ດິນສ້າງເຂື່ອນໄຟຟ້າ ແລະ ອື່ນໆ;
– ໂຄງການທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ;
– ໂຄງການສົ່ງເສີມຜະລິດກະສິກໍາທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ;
– ການຄຸ້ມຄອງເຂດເສດຖະກິດພິເສດຢູ່ບັນດາແຂວງ;
– ໂຄງການເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນ ໂລຊິສຕິກ ແລະ ນຳໃຊ້ທ່າແຮງລົດໄຟລາວ-ຈີນເພື່ອສ້າງຄວາມສະດວກໃຫ້ແກ່ການຂົນສົ່ງພາຍ ໃນ ແລະ ຜ່ານແດນ ແລະ ກິດຈະການອື່ນໆຢູ່ທ້ອງຖິ່ນຕິດພັນກັບວາລະແຫ່ງຊາດທີ່ຕ້ອງການໃຫ້ສູນກາງລົງໄປແກ້ໄຂ.

ສຳລັບວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
– ຈະຕິດຕາມກວດກາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາກ່ຽວຂ້ອງເຖິງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ ແລະ ທົ່ວສັງຄົມໃນໄລຍະ 2;
– ຕິດຕາມກວດກາການ ເຄື່ອນໄຫວແກ້ໄຂຄະດີຢາເສບຕິດຂອງເຈົ້າໜ້າທີ່ ທີ່ປະຕິບັດກົດໝາຍໂດຍສະເພາະການສັ່ງຈັບ, ການກັກຂັງພາງ, ການສືບສວນສອບສວນ, ການສັ່ງຟ້ອງຂອງໄອຍະການ ແລະ ການຕັດສິນຂອງສານ;
– ຕິດຕາມ ກວດກາບັນດາສູນບຳບັດ ແລະ ສະຖານທີ່ປິ່ນປົວຜູ້ຕິດຢາເສບຕິດ;
– ປະເມີນການຈັດຕັ້ງປະຕິບັດກົດໝາຍຈຳນວນໜຶ່ງໃນຂົງເຂດຍຸຕິທໍາທີ່ຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ
ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ
ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - 4 - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ
ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - 3 - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ
ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ - 5 - ສະພາແຫ່ງຊາດ ຈະເພີ່ມຕິດຕາມກວດກາການປະຕິບັດ 2 ວາລະແຫ່ງຊາດໃຫ້ມີປະສິດທິຜົນ