ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ

ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ - computer - ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ
ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ - kitchen vibe - ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ

    

ແສງສີຟ້າ Blue Light ຫລື ແສງໄຟຈາກໜ້າຈໍດິຈິຕັອລ ເປັນແສງທີ່ມີຄື້ນຄວາມຍາວຢູ່ 400 – 500 ນາໂນແມັດ ເປັນແສງໃກ້ໂຕທີ່ອອກມາຈາກອຸປະກອນຕ່າງໆໃນຊີວິດປະຈຳວັນ ບໍ່ວ່າຈະເປັນຄອມພິວເຕີ, ສະມ໊າດໂຟນ, ແທັບເລັດ ລວມເຖິງໂທລະພາບຈໍແບນ ເມື່ອຈ້ອງໜ້າຈໍຕໍ່ເນື່ອງເປັນໄລຍະເວລາດົນ ອາດສ່ຽງເຮັດໃຫ້ເກີດຄອມພິວເຕີວີຊັ່ນຊິນໂດຣມ (Computer Vision Syndrome) ນຳອີກ ເຊິ່ງອາການດັ່ງກ່າວເປັນຜົນກະທົບຈາກການໃຊ້ສາຍຕາຢ່າງໜັກ ນອກຈາກການໃຊ້ສາຍຕາແລ້ວຍັງມີທ່າທາງໃນການເຮັດວຽກຮ່ວມຢູ່ນຳ ເຮັດໃຫ້ສາຍຕາອ່ອນເພຍໄດ້ ມີອາການຕາແຫ້ງ, ແສບຕາ ແລະ ຈໍປະສາດຕາເສື່ອມໃນທີ່ສຸດ.

     ວິທີການເບິ່ງແຍງດວງຕາຈາກໜ້າຈໍຄອມພິວເຕີ :

  1. ພັກສາຍຕາທຸກໆ 20 ນາທີ ໂດຍການແນມໄປໄກໆ : ເມື່ອໃຊ້ຄອມພິວເຕີ ຫລື ໃຊ້ງານໜ້າຈໍໂທລະສັບເປັນເວລາດົນ ຄວນພັກສາຍຕາທຸກໆ 20 ນາທີ ໂດຍໃຊ້ວິທີການແນມໄປໄກໆ ການແນມໃນໄລຍະໄກຈະຊ່ວຍຫລຸດການຈ້ອງຂອງສາຍຕາທີ່ໃຊ້ງານຢ່າງໜັກໄດ້. ການຈ້ອງສາຍຕາເປັນໄລຍະເວລາດົນ ອາດສົ່ງຜົນຕໍ່ສຸຂະພາບໃນດ້ານອື່ນໆໄດ້ນຳ ເຊັ່ນ : ອາການເຈັບຫົວ, ນຳ້ຕາໄຫລ, ຕາມົວ ແລະ ມີອາການຕາແຫ້ງຕາມມາ.
  2. ພັກສາຍຕາໂດຍການຫລັບຕານິ້ງໆ 5 ນາທີ : ເມື່ອຮູ້ສຶກອ່ອນເພຍດວງຕາ ໜຶ່ງໃນວິທີພັກຜ່ອນສາຍຕາແມ່ນການຫລັບຕານິ້ງໆເປັນເວລາ 5 ນາທີ ຈະຊ່ວຍຜ່ອນຄາຍສາຍຕາຈາກການໃຊ້ງານເປັນໄລຍະເວລາດົນໄດ້.
  3. ປ່ຽນທ່າທາງໃນການເຮັດວຽກໜ້າຈໍ : ທ່າທາງ ແລະ ອິລິຍະບົດໃນການເຮັດວຽກເປັນອີກສ່ວນໜຶ່ງທີ່ສົ່ງຜົນຕໍ່ການໃຊ້ສາຍຕາ ການນັ່ງໃກ້ຈໍຈົນເກີນໄປອາດເຮັດໃຫ້ເກີດອາການຕາແຫ້ງໄດ້ ເກີດຂຶ້ນໄດ້ຈາກການຮັບແສງຈາກຈໍທີ່ແຈ້ງຈົນເກີນໄປ ຫລື ການນັ່ງຫ່າງຈາກໜ້າຈໍຈົນເກີນໄປ ສົ່ງຜົນໃຫ້ເກີດການຈ້ອງສາຍຕາໃນການແຫງນເບິ່ງໜ້າຈໍກໍອາດເຮັດໃຫ້ຮູ້ສຶກເມື່ອຍດວງຕາໄດ້.
  4. ປັບຄວາມແຈ້ງໜ້າຈໍໃຫ້ເໝາະສົມ : ການປັບຄວາມແຈ້ງສະຫ່ວາງໜ້າຈໍໃຫ້ສະບາຍຕາ ເປັນອີກໜຶ່ງວິທີທີ່ຊ່ວຍຖະໜອມສາຍຕາຈາກໜ້າຈໍ ການໄດ້ຮັບແສງຈາກໜ້າຈໍຄອມພິວເຕີຫລາຍເກີນໄປອາດສົ່ງຜົນເສຍຕໍ່ດວງຕາໄດ້ ເມື່ອໃຊ້ງານຄອມພິວເຕີທີ່ມີແສງສະຫ່ວາງຫລາຍຢ່າງຕໍ່ເນື່ອງ ອາດເຮັດໃຫ້ເກີດອາການແສບຕາ ແລະ ມີອາການປວດດວງຕາໄດ້. ດັ່ງນັ້ນ, ການໃຊ້ຄວາມແຈ້ງພາຍໃນຫ້ອງເຮັດວຽກທີ່ເໝາະສົມ ແລະ ການປັບແສງໜ້າຈໍໃຫ້ພໍດີ ຈະເຮັດໃຫ້ການເຮັດວຽກຄ່ອງແຄ້ວຂຶ້ນ ແລະ ສົ່ງຜົນເສຍຕໍ່ດວງຕາໜ້ອຍລົງນຳອີກ.
  5. ຫລັບຕາເລື້ອຍໆ : ການຫລັບຕາ ຫລື ພິບຕາຕະຫລອດຈະຊ່ວຍໃຫ້ດວງຕາມີນຳ້ຫລໍ່ລ້ຽງ ເພາະການໃຊ້ສາຍຕາຈ້ອງຈໍເປັນເວລາດົນອາດສົ່ງຜົນໃຫ້ເກີດອາການຕາແຫ້ງໄດ້. ນອກຈາກນີ້, ການຫລັບຕາ ຫລື ພິບຕາຈະຊ່ວຍຫລຸດຄວາມອ່ອນເພຍຂອງດວງຕາລົງໄດ້.
  6. ໃຊ້ຜ້າຈຸ່ມນຳ້ບິດໝາດໆປະຄົບເປືອກຕາ : ການໃຊ້ຜ້າສະອາດຈຸ່ມນຳ້ບິດໝາດໆເອົາມາປະຄົບເປືອກຕາຂະນະຫລັບຕາ ປະໄວ້ປະມານ 2 – 3 ນາທີ ຈະຊ່ວຍໃຫ້ສາຍຕາຜ່ອນຄາຍຄວາມອິດເມື່ອຍອ່ອນເພຍຈາກການເຮັດວຽກໄດ້ ແລະ ຊ່ວຍຫລຸດຜ່ອນອາການເຈັບປວດເບົ້າຕາລົງໄດ້.
  • ການໃຊ້ສາຍຕາຈາກການເຮັດວຽກໜ້າຈໍຄອມພິວເຕີເປັນເວລາດົນ ອາດສົ່ງຜົນຮ້າຍຕໍ່ສຸຂະພາບດວງຕາໃນໄລຍະຍາວໄດ້ ເມື່ອດວງຕາຖືກທຳຮ້າຍ ຈະມີອາການທີ່ສະແດງອອກໄດ້ຢ່າງຈະແຈ້ງ ຄື : ອາການປວດຕາ, ແສບຕາ, ຕາຟາງ, ເຈັບເບົ້າຕາ, ຕາແຫ້ງ, ນຳ້ຕາໄຫລ ລວມເຖິງອາການເຄືອງຕາ ເມື່ອມີອາການເຫລົ່ານີ້ຄວນຢຸດພັກສາຍຕາຈາກໜ້າຈໍຄອມພິວເຕີໂດຍທັນທີ ຫາກມີອາການເພີ່ມຫລາຍຂຶ້ນ ເຊັ່ນ : ການເຫັນຈຸດດຳກາງສາຍຕາ, ມີຄວາມດັນໜ່ວຍຕາສູງຜິດປົກກະຕິ ຄວນຮີບໄປໂຮງໝໍປົວຕາ ເພື່ອໃຫ້ໄດ້ຮັບການກວດປິ່ນປົວຢ່າງຖືກຕ້ອງ ແລະ ທັນເວລາ, ໝັ່ນເບິ່ງແຍງສາຍຕາຢ່າງສະໝໍ່າສະເໝີ ເພາະດວງຕາມີພຽງຄູ່ດຽວເທົ່ານັ້ນ.
ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ - 3 - ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ
ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ - 5 - ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ
ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ - 4 - ພັກສາຍຕາຈາກໜ້າຈໍຄອມຂອງຄົນເຮັດວຽກຫ້ອງການ