ກຽມແຜນການບໍລິຫານຈັດການເກັບນໍ້າໄລຍະລະດູຝົນ ໃຫ້ພຽງພໍກັບການຜະລິດພະລັງງານໃນລະດູແລ້ງ
ວັນທີ 23 ມິຖຸນາ 2022 ຜ່ານມານີ້ ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງ ພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມກ່ຽວກັບ ວຽກງານການບໍລິຫານນໍ້າໄລຍະລະດູຝົນ ໃນຊຸມປີຜ່ານມາຂອງເຂື່ອນໄຟຟ້ານໍ້າຕົກໃນ ສປປ ລາວ ຂົງເຂດພາກເໜືອ ໃນ ທີ່ແຂວງວຽງຈັນ ເພື່ອແລກປ່ຽນບົດຮຽນໃນການບໍລິຫານນໍ້າໃນຊຸມປີຜ່ານມາ ແລະ ບັນດາຂໍ້ສະເໜີຕໍ່ໂຄງການທີ່ຢູ່ຕອນເທິງ ແລະ ຕອນລຸ່ມ ເພື່ອຮ່ວມມືກັນແກ້ໄຂ ແລະ ກະກຽມແຜນການຮ່ວມກັນບໍ່ວ່າຈະເປັນຝ່າຍລັດ ແລະ ກະຊວງກ່ຽວຂ້ອງ ພ້ອມທັງບັນດາເຂື່ອນເພື່ອກະກຽມແຜນການ ການຮັບມືຕໍ່ກັບລະດູຝົນທີ່ຈະເຂົ້າມາ ແລະ ກະກຽມເພື່ອຮັກສານໍ້າໄວ້ໃນປີຕໍ່ໄປ.
ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີ ກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ປັດຈຸບັນ, ການພັດທະນາໄຟຟ້ານໍ້າຕົກຢູ່ໃນ ສປປ ລາວ ແມ່ນເປັນທ່າແຮງອັນສໍາຄັນໃນການສ້າງລາຍຮັບ ແລະ ສ້າງເສດ ຖະກິດພາຍໃນປະເທດ ເປັນຕົ້ນ ລາຄາພະລັງງານຢູ່ໃນຕະຫລາດໂລກທີ່ມີການເໜັງຕີງ, ແຕ່ລາຄາຂອງພະ ລັງງານນໍ້າ ແມ່ນຍັງຢູ່ໃນລະດັບເກົ່າ ບໍ່ມີການປ່ຽນ ແປງແບບກ້າວກະໂດດ.
ສປປ ລາວ ມີເຂື່ອນໄຟຟ້ານໍ້າຕົກ ທີ່ສາມາດດັດສົມນໍ້າໄດ້ 27 ໂຄງການ ໃນນັ້ນ, ສົ່ງອອກ 8 ໂຄງການ ມີກໍາລັງຕິດຕັ້ງທັງໝົດ 5.730 ເມກາວັດ, ມີບໍລິມາດນໍ້າທີ່ສາມາດດັດສົມໄດ້ ປະມານ 24.988,49 ລ້ານແມັດກ້ອນ. ສ່ວນໂຄງການທີ່ສາມາດ ດັດສົມນໍ້າ ແລະ ນໍາໃຊ້ພາຍໃນ ມີ 19 ໂຄງການ, ມີກຳລັງຕິດຕັ້ງ 2.220 ເມກາວັດ ມີບໍລິມາດທີ່ສາມາດດັດສົມນໍ້າໄດ້ 6.440 ລ້ານແມັດກ້ອນ
ຕໍ່ກັບບັນຫາດັ່ງກ່າວ, ສາມາດຕີລາ ຄາໄດ້ວ່າ: ການບໍລິຫານຈັດການນໍ້າຢູ່ໃນອ່າງເກັບນໍ້າ ຂອງເຂື່ອນໄຟຟ້າ ແມ່ນເປັນບັນຫາສໍາຄັນທີ່ສຸດ ເພື່ອຮັບປະກັນພະລັງງານໃນລະດູແລ້ງ ພ້ອມທັງການຕ້ານໄພນ້ຳຖ້ວມໃນລະດູຝົນອີກດ້ວຍ, ແຕ່ເນື່ອງຈາກວ່າ ບັນດາໂຄງການໄຟຟ້ານໍ້າຕົກ ທີ່ສົ່ງໄຟຟ້າອອກ ແມ່ນບໍລິຫານນໍ້າ ຫລື ສັ່ງຜະລິດໄຟຟ້າ ໂດຍຜູ້ຊື້ທີ່ຢູ່ຕ່າງປະເທດ ຕາມການສະເໜີຂອງໂຄງການ, ສ່ວນໂຄງການທີ່ຢູ່ພາຍໃນ ແມ່ນໄຟຟ້າລາວເປັນຜູ້ສັ່ງຜະລິດ ເຮັດໃຫ້ໄລຍະຜ່ານມາ ມີບາງຄັ້ງເກີດມີບັນຫາ ເປັນຕົ້ນ ໃນລະດູແລ້ງ ໂຄງການທີ່ຢູ່ຕອນລຸ່ມແມ່ນຂາດນໍ້າຜະລິດໄຟຟ້າ, ໃນລະດູຝົນ ບາງປີການບໍລິຫານນໍ້າບໍ່ສອດຄ່ອງກັນ ເຮັດໃຫ້ມີຄວາມຈໍາເປັນຕ້ອງເປີດປະຕູນໍ້າກະທັນຫັນ ເຊິ່ງມັນໄດ້ສ້າງຜົນກະທົບຕໍ່ຕອນລຸ່ມຂອງໂຄງການ ແລະ ຕໍ່ຊັບສິນຂອງປະຊາຊົນທີ່ຢູ່ຕອນລຸ່ມເຂື່ອນ.
ທ່ານ ດາວວົງ ພອນແກ້ວ ໄດ້ກ່າວອີກວ່າ: ໃນໄລຍະໃໝ່ນີ້ ເພື່ອຄວາມເປັນເອກະພາບກັນທາງດ້ານການບໍລິຫານຈັດການນໍ້າ ເຮົາຄວນມີການບໍລິຫານນໍ້າແບບລວມສູນ ໃນລະດັບນະໂຍບາຍ ໂດຍວຽກງານດັ່ງກ່າວ, ກົມນະໂຍບາຍ ແລະ ແຜນພະ ລັງງານ ເປັນຜູ້ຮັບຜິດຊອບ ໃນການເກັບກຳຂໍ້ມູນສັງລວມ, ວິເຄາະ ແລະ ລາຍງານ ພ້ອມທັງເປັນຈຸດປະສານງານເພື່ອເກັບກຳບັນຫາຕ່າງໆ.
ສະນັ້ນ, ໃນໄລຍະນີ້ ກໍຄື ໄລຍະລະດູຝົນ ເພື່ອເຝົ້າລະວັງບັນດາຜົນກະທົບທີ່ອາດຈະເກີດຂຶ້ນ ແຕ່ລະໂຄງການຄວນມີການແຈ້ງລາຍງານສະພາບຂອງອ່າງເກັບນໍ້າ ເພື່ອຮັບຮອງປະລິມານນໍ້າທີ່ຈະໄຫລເຂົ້າອ່າງເກັບນໍ້າ, ຄວນມີການວິເຄາະກ່ຽວກັບການຮັບປະກັນການຮອງຮັບນໍ້າ, ຮັບປະກັນການກັກເກັບນໍ້າ ເພື່ອຮັບໃຊ້ໃນປີໜ້າ, ວິເຄາະກ່ຽວກັບຄວາມສ່ຽງທາງດ້ານເສດຖະກິດ ພ້ອມທັງແຜນຮັບມື້ໃນກໍລະນີເປີດປະຕູນໍ້າ, ວິເຄາະຜົນກະທົບເບື້ອງລຸ່ມເຂື່ອນ ໂດຍສະເພາະດ້ານເສດຖະກິດ ແລະ ສັງຄົມ.