ວິທີແກ້ອາການສະເອິ

ວິທີແກ້ອາການສະເອິ - images 2 - ວິທີແກ້ອາການສະເອິ
ວິທີແກ້ອາການສະເອິ - kitchen vibe - ວິທີແກ້ອາການສະເອິ

 

  • ອາການສະເອິ : ເກີດຈາກການຫົດເກັງຂອງກະບັງລົມ ໂດຍບໍ່ໄດ້ຕັ້ງໃຈ ເນື່ອງຈາກກະບັງລົມ ແລະ ກ້າມເນື້ອຊ່ອງຫວ່າງລະຫ່ວາງກະດູກຂ້າງ ເຮັດວຽກບໍ່ພ້ອມພຽງກັນ ໂດຍປົກກະຕິບໍ່ມີສັນຍານບົ່ງບອກເຖິງອັນຕະລາຍ.
  • ສາເຫດ : ຜົນຂ້າງຄຽງຈາກຄວາມຜິດປົກກະຕິຂອງ ຄໍ, ໜ້າເອິກ, ປອດ, ຜົ້ງທ້ອງ ເຊັ່ນ : ຊີ້ນປົ່ງຢູ່ຄໍ, ປອດອັກເສບ, ເນື້ອເຍື່ອຜົ້ງທ້ອງຜັກເສບ,​ ໄຕວາຍ ຫລື ເກີດຈາກອາລົມທີ່ປ່ຽນແປງກະທັນຫັນ ເຊັ່ນ : ຕື່ນຕົກໃຈແບບກະທັນຫັນ ຫລື ມີບັນຫາຄວາມເຄັ່ງຄຽດຊຳ້ເຮື້ອ, ການດື່ມເຄື່ອງດື່ມທີ່ມີແກ໊ສຫລາຍ ຈຳພວກອັດລົມ, ກິນອາຫານເຄັມ-ເຜັດ-ສົ້ມຫລາຍ ແລະ ການສູບຢາຫລາຍ ເປັນຕົ້ນ.
  • ວິທີການຮັບມື : ຂໍໃຫ້ໃຈເຢັນ ນັ່ງລໍຖ້າສັກໄລຍະ ອາການກໍຈະດີຂຶ້ນໃນບໍ່ດົນ ແນະນຳວ່າເວລາມີອາການໃຫ້ແກ້ໄຂໂດຍເຮັດໃຫ້ຕື່ນຕົກໃຈ ເຊັ່ນ :
  1. ຕົບຫລັງຄ່ອຍໆຢ່າງກະທັນຫັນ.
  2. ດື່ມນຳ້ຈອກໃຫຍ່ໆຫລາຍໆອຶກ.
  3. ຫາຍໃຈໃນຖົງເຈ້ຍ.
  4. ໃຊ້ນິ້ວມືອັດຮູຫູໄວ້ ປະມານ 20 – 30 ວິນາທີ.
  • ສິ່ງທີ່ຄວນຫລີກເວັ້ນເພື່ອປ້ອງກັນອາການສະເອິ :
  1. ຫລຸດການດື່ມເຄື່ອງດື່ມປະເພດອັດລົມ, ອານກໍຮໍ ແລະ ການສູບຢາ.
  2. ກິນອາຫານແຕ່ພໍດີອີ່ມ ຢ່າຈົນຫລາຍຈົນແໜ້ນ-ຈຸກທ້ອງ.
  3. ຫຍຳ້ອາຫານໃຫ້ແຫລກດີກ່ອນກືນ ແລະ ບໍ່ຄວນກິນອາຫານລົດຊາດເຂັ້ມຂຸ້ນຫລາຍເກີນໄປ.
  4. ໝັ່ນຄວບຄຸມອາລົມຂອງຕົນເອງໃຫ້ໝັ້ນຄົງ.
  • ແຕ່ຫາກອາການຮຸນແຮງຈົນມີອາການເຈັບແໜ້ນໜ້າເອິກ, ເຈັບທ້ອງ ແລະ ສະເອິຕິດຕໍ່ກັນເປັນເວລາດົນ ຄວນຮີບໄປໂຮງໝໍເພື່ອຮັບການກວດ ແລະ ປິ່ນປົວ (ກວດເຊັກຮ່າງກາຍຢ່າງລະອຽດ) ໃນຂັ້ນຕໍ່ໄປ.
ວິທີແກ້ອາການສະເອິ - 5 - ວິທີແກ້ອາການສະເອິ
ວິທີແກ້ອາການສະເອິ - 3 - ວິທີແກ້ອາການສະເອິ
ວິທີແກ້ອາການສະເອິ - 4 - ວິທີແກ້ອາການສະເອິ
ວິທີແກ້ອາການສະເອິ - Visit Laos Visit SALANA BOUTIQUE HOTEL - ວິທີແກ້ອາການສະເອິ
ວິທີແກ້ອາການສະເອິ - Visit Laos Visit SALANA BOUTIQUE HOTEL - ວິທີແກ້ອາການສະເອິ