ກວດພົບ ໂຄງການເຊົ່າ ແລະ ສໍາປະທານທີ່ດິນ ບໍ່ມີປະສິດທິພາບ 438 ໂຄງການ
ໃນວາລະການດໍາເນີນກອງປະຊຸມສະໄຫມສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 23 ມິຖຸນາ 2022 ເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຊິ່ງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະ ປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບທີ່ ສະເໜີໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຄື: ກົດໝາຍວ່າດ້ວຍທີ່ດິນ ການສົ່ງເສີມການລົງທຶນ ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.
ທ່ານ ຈະເລີນ ເຢຍປາວເຮີ ກ່າວບາງຕອນວ່າ ຄະນະປະຈໍາສະພາແຫ່ງຊາດເຫັນວ່ານັບແຕ່ໄດ້ປະກາດໃຊ້ກົດໝາຍ 4 ສະບັບ ດັ່ງກ່າວເປັນຕົ້ນມາ ລັດຖະບານບັນດາຂະແໜງການອົງການ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໄດ້ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການ ຈັດຕັ້ງປະຕິບັດດ້ວຍການຜັນຂະຫຍາຍເປັນນິຕິກໍາໃຕ້ກົດໝາຍໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ເຂົ້າໃຈເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານຂອງຕົນ ຕິດພັນກັບການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນໃນຫຼາຍດ້ານເປັນຕົ້ນ ໄດ້ປົກປ້ອງສິດ ແລະ ຜົນປະໂຫຍດລວມຂອງລັດ ບຸກຄົນ ແລະ ນິຕິບຸກຄົ້ນ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ ຜ່ານຂະບວນການດັ່ງກ່າວພະນັກງານ-ລັດຖະກອນຂອງຂະແໜງການ ແລະ ທ້ອງຖິ່ນກໍໄດ້ຮັບການທົດສອບເຝິກຝົນຫຼໍ່ຫຼອມທາງດ້ານສະຕິ ເຄົາລົບ ແລະ ປະຕິບັດກົດໝາຍຍົກລະດັບຄວາມຮູ້ຄວາມສາມາດ ແລະ ປະສົບການໃນການຈັດຕັ້ງປະຕິບັດກົດໝາຍປະກອບສ່ວນອັນສໍາຄັນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງລັດຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໄດ້ດີຂຶ້ນເທື່ອລະກ້າວ.
ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ຍັງມີຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ ເປັນຕົ້ນການສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ກົດໝາຍ 4 ສະບັບດັ່ງກ່າວຍັງຢູ່ໃນຂອບເຂດຈໍາກັດ ບໍ່ທັນກວ້າງຂວາງ ແທດເຫມາະກັບແຕ່ລະເປົ້າໝາຍໃນສັງຄົມ ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈຂອງພະນັກງານລັດຖະກອນຂອງລັດປະຊາຊົນບັນດາເຜົ່າ ແລະ ພາກທຸລະກິດ ຕໍ່ກົດໝາຍເຫຼົ່ານີ້ຍັງບໍ່ທັນເລິກເຊິ່ງກົດໝາຍທີ່ກໍານົດໃຫ້ມີລະບຽບການຕ່າງຫາກຍັງຊັກຊ້າ ຫຼື ມາດຕາທີ່ໄດ້ຜັນຂະຫຍາຍເປັນຕິນິກໍາໃຕ້ກົດໝາຍແລ້ວ ແຕ່ການຈັດຕັ້ງປະຕິບັດກໍຍັງບໍ່ທັນມີ ປະສິດທິພາບເທົ່າທີ່ຄວນ.
ຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງຂະແໜງການອົງການ ແລະ ອົງການປົກຄອງທ້ອງຖິ່ນຈໍານວນຫນຶ່ງໃນການຈັດຕັ້ງປະຕິບັດກົດໝາຍເຫຼົ່ານີ້ຍັງບໍ່ທັນສູງ ແລະ ເຂັ້ມງວດເທົ່າທີ່ຄວນ ໂດຍສະເພາະການຄຸ້ມຄອງການເຊົ່າການສໍາປະທານທີ່ດິນຍັງບໍ່ທັນເຂັ້ມງວດຕາມກົດໝາຍ ການອະນຸຍາດເນື້ອທີ່ໃຫ້ເຊົ່າສໍາປະທານທີ່ດິນມີ 927.457,810 ເຮັກຕາໃນ 2.045 ໂຄງການ ແຕ່ເນື້ອທີ່ນາໃຊ້ຕົວຈິງຊ້ໍາພັດມີພຽງແຕ່ 582.320,36 ເຮັກຕາ ເທົ່າກັບ 62,78% ແລະ ໂຄງການທີ່ບໍ່ມີປະສິດທິພາບ ໄດ້ກວດເຫັນໃນ ເບື້ອງຕົ້ນມີ 438 ໂຄງການ ການປະສານສົມທົບລະຫວ່າງຂະແໜງການຕ່າງໆລະຫວ່າງສູນກາງ ແລະ ທ້ອງຖິ່ນໃນການພິຈາລະນາອະນຸມັດໂຄງການເຊົ້າສໍາປະທານທີ່ດິນຍັງບໍ່ທັນກົມກຽວກັນບັນຫາການຈອງ ແລະ ຊື້-ຂາຍສິດນໍາໃຊ້ທີ່ດິນ ການຫັນທີ່ດິນເປັນກໍາມະສິດອື່ນທີ່ບໍ່ຖືກຕ້ອງຕາມກົດໝາຍການແກ້ໄຂຍັງບໍ່ທັນເດັດຂາດການຂຶ້ນທະບຽນທີ່ດິນຍັງບໍ່ທັນບັນລຸຕາມຄາດໝາຍ ຕາມມະຕິກອງປະຊຸມສະພາ ແຫ່ງຊາດການຫັນແຜນແມ່ບົດພັດທະນາທີ່ດິນແຫ່ງຊາດເປັນແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ ແລະ ເປັນຍຸດທະສາດພັດທະນາທີ່ດິນຕາມ ຂະແໜງການຍັງຊັກຊ້າ.
ນອກຈາກນີ້ການຄຸ້ມຄອງບັນດາໂຄງການລົງທຶນຍັງບໍ່ທັນເຂັ້ມງວດຕາມກົດໝາຍ ແລະ ສັນຍາ ການແບ່ງຂັ້ນຄຸ້ມຄອງ ການສົ່ງເສີມການ ລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນຍັງບໍ່ທັນລະອຽດຈະແຈ້ງ ກົນໄກການພິຈາລະນາອະນຸມັດການລົງທຶນຍັງຊັກຊ້າຜ່ານຫຼາຍຂັ້ນຫຼາຍຂອດ ແລະ ບໍ່ທັນໂປ່ງໃສເທົ່າທີ່ຄວນສ້າງຄວາມຫຍຸ້ງຍາກລໍາຄານໃຫ້ແກ່ຜູ້ລົງທຶນ ການຄຸ້ມຄອງຊັບສິນຂອງລັດຍັງບໍ່ທັນຮັດກຸມ ແລະ ສັກສິດໂດຍສະເພາະບໍ່ທັນສາມາດຂຶ້ນທະບຽນຊັບສິນລັດຖະສົມບັດ ແລະ ສາທາລະນະສົມບັດແຕ່ລະປະເພດຢ່າງລະອຽດຈະແຈ້ງ ແລະ ຄົບຖ້ວນເຮັດໃຫ້ມີການຮົ່ວໄຫຼ ແລະ ສູນເສຍລາຍຮັບງົບປະມານຂອງລັດເປັນຈໍານວນບໍ່ໜ້ອຍ.