ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ
June 25, 2022 - 10:36 AM
![ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ - 7988f189 f1a0 4fd7 bc12 7e1d1a1c2e73 - ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ - 7988f189 f1a0 4fd7 bc12 7e1d1a1c2e73 - ທະນາຄານໂລກ ຊ່ວຍເຫລືອແກ້ໄຂສະພາບຂາດສະບຽງອາຫານຢູ່ອາຟຣິກາ 2,3 ຕື້ໂດລາ](https://www.laophattananews.com/wp-content/uploads/2022/06/7988f189-f1a0-4fd7-bc12-7e1d1a1c2e73.jpg)
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 22 ມິຖຸນາ 2022 ຜ່ານມາ, ທະນາຄານໂລກ (WB) ປະກາດວ່າໄດ້ຮັບຮອງເອົາໂຄງການທີ່ມີມູນຄ່າ 2,3 ຕື້ໂດລາ ເພື່ອຊ່ວຍບັນດາປະເທດ ອາຟຣິກາ ຕາເວັນອອກ ແລະ ອາຟຣິກາ ໃຕ້ ຕ້ານສະພາບການຂາດສະບຽງອາຫານ. ບ້ວງງົບປະມານນີ້ຈະຊ່ວຍເພີ່ມທະວີຄວາມສາມາດຟື້ນຟູຂອງລະບົບສະບຽງອາຫານໃນພາກພື້ນກໍ່ຄືຄວາມສາມາດແກ້ໄຂສະພາບຂາດສະບຽງອາຫານ ຊຶ່ງນັບມື້ນັບເພີ່ມຂຶ້ນ.
ທ່ານ ຮາເຟຊ ແກເນັມ ຮອງປະທານທະນາຄານໂລກ ຮັບຜິດຊອບເຂດ ອາຟຣິກາ ຕາເວັນອອກ ແລະ ອາຟຣິກາໃຕ້ ໃຫ້ຮູ້ວ່າ: ນີ້ແມ່ນການເຄື່ອນໄຫວຫລາຍຂົງເຂດທໍາອິດຂອງ WB ໃນພາກພື້ນເພື່ອແນໃສ່ຫລຸດຜ່ອນຈຳນວນປະຊາກອນທີ່ພວມກຳລັງປະເຊີນກັບໄພອຶດຫິວຢູ່ອາຟຣິກາ ຕາເວັນອອກ ແລະ ອາຟຣິກາໃຕ້. ປັດຈຸບັນ, ມີປະຊາກອນເກືອບ 30 ລ້ານຄົນ ຢູ່ມາດາກາສກ້າ ແລະ ເອທິໂອປີ ຕ້ອງປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຍ້ອນໄພແຫ້ງແລ້ງ ຊຶ່ງຈະແມ່ນຄາດໝາຍບຸລິມະສິດແຖວໜ້າຂອງໄລຍະທຳອິດຂອງໂຄງການ.