6 ເດືອນຕົ້ນປີ 2022 ປກສ ເມືອງໄຊທານີ ແກ້ໄຂຄະດີ ໄດ້ 321 ເລື່ອງ, ກັກຕົວ 290 ຄົນ ແລະ ຊັບສິນເງິນ-ຄຳ ຫລາຍລາຍການ
June 25, 2022 - 11:45 AM

ໃນໄລຍະ 6 ເດືອນຕົ້ນປີ 2022 ກອງບັນຊາການ ປກສ ເມືອງໄຊທານີ ແກ້ໄຂຄະດີໄດ້ທັງໝົດ 290 ເລື່ອງ, ກັກຕົວຜູ້ຖືກສົງໃສໄດ້ 290 ຄົນ, ຍິງ 36 ຄົນ, ຈາກຄະດີທີ່ເກີດຂຶ້ນ 321 ເລື່ອງ, ໃນນີ້ ມີຄະດີຢາເສບຕິດ 144 ເລື່ອງ, ກັກຕົວຜູ້ຖືກຫາ 205 ຄົນ, ຍິງ 29 ຄົນ ແລະ ອາຊະຍາກໍາທາງເສດຖະກິດ ມີ 64 ເລື່ອງ, ກັກຕົວຜູ້ຖືກຫາ 64 ຄົນ, ຍິງ 7 ຄົນ.

ທ່ານ ພັນໂທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາັການ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ນັກຂ່າວໃນວັນທີ 22 ມິຖຸນາ 2022 ວ່າ: ຈາກຄະດີທີ່ເກີດຂຶ້ນທັງໝົດ ເຈົ້າໜ້າທີ່ ແກ້ໄຂໄດ້ແລ້ວມີຄະດີລັກຊັບພົນລະເມືອງ 127 ເລື່ອງ, ແກ້ໄດ້ 53 ເລື່ອງ, ກັກຕົວຜູ້ຖືກຫາ 74 ຄົນ, ຍິງ 3 ຄົນ, ຊີງຊັບພົນລະເມືອງ 03 ເລື່ອງ, ແກ້ໄດ້ 1 ເລື່ອງ, ກັກຜູ້ຕ້ອງຫາ 1 ຄົນ, ຍັກຍອກ ແລະ ສໍ້ໂກງຊັບພົນລະເມືອງ 37 ເລື່ອງ, ແກ້ໄດ້ 10 ເລື່ອງ, ກັກຕົວຜູ້ຖືກຫາ 10 ຄົນ, ຍິງ 1 ຄົນ, ຈາກຄະດີເກີດຂຶ້ນໄດ້ສ້າງຜົນເສຍຫາຍ ເປັນເງິນ 591.636.000 ກີບ, 107 ໂດລາ, 539,050 ບາດ, ຄໍາຮູບປະພັນນໍ້າໜັກ 09 ບາດ ແລະ ອື່ນໆ.
ສໍາລັບຄະດີຄ້າຂາຍຢາເສບຕິດ ແກ້ໄດ້ແລ້ວ 144 ເລື່ອງ, ກັກຜູ້ຖືກຫາ ໄດ້ 205 ຄົນ, ຍິງ 29 ຄົນ, ໃນນີ້ ໄດ້ແກ້ຜູ້ຖືກຫາຄ້າຂາຍລາຍໃຫຍ່ 03 ຄົນ, ແກ້ເປົ້າໝາຍລາຍກາງ 13 ຄົນ,ຍີງ 04 ຄົນ, ແກ້ເປົ້າໝາຍນ້ອຍ 142 ຄົນ, ຍິງ 13 ຄົນ, ແກ້ຈຸດມົ້ວສຸມຢາເສບຕິດໄດ້ 34 ຈຸດ, ກັກຕົວຜູ້ຕ້ອງຫາ 47 ຄົນ, ຍິງ 12 ຄົນ, ຢຶດຢາບ້າ 1.605.687 ເມັດ, ຢາໄອ 06 ກິໂລ, ກັບ 596 ກຣາມ, ລົດຍົນ 07 ຄັນ, ລົດຈັກ 07 ຄັນ, ປືນເຫັລກຍາວ 04 ກະບອກ, ປືນສັ້ນ 03 ກະບອກ, ປືນຍາວ AK 01 ກະບອກ.
ຄະດີພົ້ນເດັ່ນກວ່າໝູ່ ທີ່ແກ້ໄຂໄດ້ຄະດີລາຍໃຫຍ່ 02 ເລື່ອງ: ກັກຕົວຕ້ອງຫາໄດ້ 10 ຄົນ, ຍິງ 01 ຄົນ, ພ້ອມຂອງກາງຢາບ້າ 502.875 ເມັດ, ຢາໄອ 06 ກິໂລ ກັັັັບ 21 ກະລາມ, ລົດຍົນ 05 ຄັນ, ລົດຈັກ 02 ຄັນ, ເງິນ 156.400.000 ກີບ, 3.866.000 ບາດ, 25.800 ໂດລາ, ຄໍາຮູບປະພັນ 24 ລາຍການ, ໂທລະສັບ 09 ໜ່ວຍ, ໃບຕາດິນ 08 ໃບ, ເຮືອນ 02 ຫລັງ.
ຄະດີທີ່ໄດ້ສະຫລຸບສົ່ງໄອຍະການ 101 ເລື່ອງ, ຜູ້ຖືກຫາ 144 ຄົນ, ຍິງ 09 ຄົນ, ນອກຈາກນີ້, ໄດ້ກຳລັແກ້ໄຂການດຳເນີນຄະດີ, ໂດຍສົມທົບພະແນກການກ່ຽວຂ້ອງ ຂຶ້ນບັນຊີເປົ້າໝາຍປະເພດຕ່າງໆ ໄດ້ 1.669 ຄົນ, ຍິງ 53 ຄົນ. ໃນນີ້ ເປົ້າໝາຍຄ້າຂາຍຢາເສບຕິດ 364 ຄົນ, ເປົ້າໝາຍເສບຢາເສບຕິດ 1.305 ຄົນ ແລະ ນໍາເອົາບັນດາເປົ້າໝາຍຖືກເຄາະຮ້າຍ ມາສຶກສາອົບຮົມແລ້ວ ຈຳນວນ 220 ຄົນ.
