ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ

ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ - 289663491 580650223409426 3242685249571130915 n - ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ
ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ - kitchen vibe - ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ

ວັນທີ 22 ມີຖຸນາ 2022ນິ້, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມນະຄອນ ຫຼວງພະບາງ ລາຍງານໃຫ້ຮູ້ວ່າ:

ຫ້ອງການກະສິກຳ ແລະປ່າໄມ້ ນະຄອນ ຫຼວງພະບາງ,ມີເຈົ້າໜ້າທີ່ ປກສ ກຸ່ມເມືອງງາ, ປກສ ກຸ່ມວິຊຸນ ແລະ ອົົງການປົກຄອງບ້ານໝືນນາ ໄດ້ລົງກວດກາລາດຕາເວັນ ເຂດສະຫງວນ ອະນຸລັກຊີວະນາໆພັນ ຢູ່ປາກນໍ້າຄານລະຫວ່າງບ້ານໂພສະອາດ ແລະບ້ານຊຽງທອງຄີລີ ຫາ ແກ້ງຍອງ ເຂດບ້ານຜານົມ ນະຄອນຫຼວງພະບາງ.

ການລົງກວດກາຄັ້ງນີ້ ພາຍໃຕ້ແຜນງານ,ມາດຕະການລະບຽບການຂອງເຂດວັງສະຫງວນໄດ້ກໍານົດໄວ້ ແລະໄດ້ຮັບການແຈ້ງຂອງພົນລະເມືອງດີ ໃນຂອບເຂດດັ່ງກ່າວວ່າ: ມີຄົນລັກລອບຫາປາ ຢູ່ບໍລິເວນວັງສະຫງວນ, ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມກວດກາທັງໝົດ 9 ຄົນ ແລະກໍໄດ້ພົບເຫັນປະຊາຊົນລັກລອບຫາປາ ໃນເຂດວັງສະຫງວນປາກນໍ້າຄານ ຫາ ແກ້ງຍອງ,ໃນນີ້ມີມອງ 14 ດາງ, ເບັດ 100 ຄັນ, ຜຽກ 6 ເສັ້ນ, ໄຊ 2 ລັງ, ຕຸ້ມ 2 ໜ່ວຍ, ຊຶ່ງໄດ້ຍຶດເຄື່ອງມືທີ່ຫາປາທັງໝົດ 124 ອັນ ແລະ ໄດ້ນໍາປະຊາຊົນຜູ້ລັກລອບຫາປາໃນຄັ້ງນີ້ໄດ້ 1 ຄົນ ແລະໄດ້ນໍາສົ່ງໃຫ້ ປກສ ກຸ່ມວິຊຸນ ເພື່ອສຶກສາອົບຮົມ ແລະດໍາເນີນຄະດີຕາມລະບຽບກົດໝາຍ, ຕາມຂໍ້ຫ້າມໃນເຂບເຂດວັງສະຫງວນດັ່ງກ່າວ ແລະສໍາລັບອຸປະກອນຫາປານັ້ນ ແມ່ນໄດ້ນໍາມາທໍາລາຍຖິ້ມໝົດວັນດຽວກັນ.

ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ - 5 - ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ
ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ - 4 - ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ
ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ - 3 - ພາກສ່ວນກ່ຽວຂ້ອງນະຄອນຫລວງພະບາງ ກວດພົບການລັກລອບຫາປາໃນເຂດສະຫງວນ