FINA ສັ່ງພັກນັກເຕັ້ນລະບຳໃຕ້ນ້ຳ ທີ່ຈົມນ້ຳລະຫວ່າງການແຂ່ງຂັນ ບໍ່ໃຫ້ລົງແຂ່ງໃນສຶກຊີງແຊ້ມໂລກ
![FINA ສັ່ງພັກນັກເຕັ້ນລະບຳໃຕ້ນ້ຳ ທີ່ຈົມນ້ຳລະຫວ່າງການແຂ່ງຂັນ ບໍ່ໃຫ້ລົງແຂ່ງໃນສຶກຊີງແຊ້ມໂລກ - Untitled 1 1 - FINA ສັ່ງພັກນັກເຕັ້ນລະບຳໃຕ້ນ້ຳ ທີ່ຈົມນ້ຳລະຫວ່າງການແຂ່ງຂັນ ບໍ່ໃຫ້ລົງແຂ່ງໃນສຶກຊີງແຊ້ມໂລກ FINA ສັ່ງພັກນັກເຕັ້ນລະບຳໃຕ້ນ້ຳ ທີ່ຈົມນ້ຳລະຫວ່າງການແຂ່ງຂັນ ບໍ່ໃຫ້ລົງແຂ່ງໃນສຶກຊີງແຊ້ມໂລກ - Untitled 1 1 - FINA ສັ່ງພັກນັກເຕັ້ນລະບຳໃຕ້ນ້ຳ ທີ່ຈົມນ້ຳລະຫວ່າງການແຂ່ງຂັນ ບໍ່ໃຫ້ລົງແຂ່ງໃນສຶກຊີງແຊ້ມໂລກ](https://www.laophattananews.com/wp-content/uploads/2022/06/Untitled-1-1.jpg)
ເຖິງວ່າຈະໄດ້ຮັບການຊ່ວຍເຫຼືອຈົນປອດໄພ, ແຕ່ນາງ ແອນນິຕ້າ ອາສາເຣສ ນັກເຕັ້ນລະບຳໃຕ້ນ້ຳຍິງຂອງສະຫະລັດອາເມລິກາ ໄດ້ຖືກທາງສະຫະພັນລອຍນ້ຳສາກົນ (FINA) ສັ່ງພັກບໍ່ໃຫ້ລົງແຂ່ງຂັນໃນລາຍການແຂ່ງຂັນຊິງແຊ້ມໂລກທີ່ ບູດາເປສ ປະເທດຮັງກາຣີ ໃນໂປຣແກມທີ່ຍັງເຫຼືອຈົນເຖິງວັນທີ 3 ກໍລະກົດ 2022
ຍ້ອນກັບໄປໃນວັນທີ 22 ມິຖຸນາ, ແອນນິຕ້າ ອາສາເຣສ ຕົກເປັນຂ່າວດັງໄປທົ່ວໂລກເມື່ອນາງໝົດສະຕິ ແລະ ຈົມລົງພື້ນຂອງສະລອຍນ້ຳຫຼັງຈາກການແຂ່ງຂັນເຕັ້ນດ່ຽວ ແຕ່ໂຊກດີທີ່ຄູຝຶກສອນຂອງນາງໄດ້ໂດດລົງໄປຊ່ວຍເອົານາງຂຶ້ນມາ ກ່ອນຊ່ວຍກັນປະຖົມພະຍາບານຈົນນາງປອດໄພ
ເຖິງວ່າຈະໄດ້ພັກ 2 ມື້ ແລະ ຕັ້ງໃຈທີ່ຈະກັບຄືນໄປຊ່ວຍທີມຊາດສະຫະລັດເມລິກາລົງແຂ່ງອີກຄັ້ງ ແຕ່ FINA ປະກາດໃຫ້ ແອນນິຕ້າ ໂຈະການແຂ່ງຂັນທີ່ຍັງເຫຼືອຈົນຈົບລາຍການ ດ້ວຍເຫດຜົນດ້ານຄວາມປອດໄພ ແລະປ້ອງກັນບໍ່ໃຫ້ ນັກເຕັ້ນຍິງ ອາຍຸ 25 ປີ ໄດ້ຮັບອັນຕະລາຍໃນລະຫວ່າງການແຂ່ງຂັນອີກ
“ສຸຂະພາບ ແລະ ຄວາມປອດໄພຂອງນັກກິລາຕ້ອງມາກ່ອນສະເໝີ, ເຖິງແມ່ນວ່າ FINA ເຂົ້າໃຈຄວາມຜິດຫວັງຂອງນັກກິລາໃນການຕັດສິນຄັ້ງນີ້. ແຕ່ນີ້ແມ່ນການຕັດສິນໃຈທີ່ເກີດຂຶ້ນໂດຍຄຳນືງເຖິງຜົນປະໂຫຍດຂອງນາງ” FINA ຊີ້ແຈງ.