ແຟນບານແມນຢູ ກຽມແຫ່ປະທ້ວງໜ້າສະຫນາມ ໂອນ ແທຣຟຟອດ ໄລ່ຕະກູນ ເກລເຊີ ອອກ
ຍັງບໍ່ທັນເລີ່ມລະດູການໃຫມ່ ແຕ່ເຫລົ່າບັນດາແຟນບານ ແມນເຊສເຕີ ຢູໄນເຕັດ ໄດ້ຈອງວັນກຽມນັດປະທ້ວງ ຕະກູນ ເກລເຊີ ທີ່ຫນ້າສະຫນາມ ໂອນແທຣຟຟອດ ເອົາໄວ້ຮຽບຮ້ອຍ.
‘‘ ແມນເຊສເຕີ ອິຟນິງ ນີວ ’’ ສື່ກິລາທ້ອງຖິ່ນຂອງເມືອງ ແມນເຊສເຕີ ປະເທດອັງກິດ ລາຍງານວ່າກຸ່ມແຟນບານຂອງ ແມນ ເຊສເຕີ ຢູໄນເຕັດ ກຽມວາງແຜນນັດກັນອອກປະທ້ວງເຫລ່ົາບັນດາຜູ້ບໍລິຫານຂອງສະໂມສອນທີ່ນຳໂດຍ ຕະກູນເກລເຊີ ຕັ້ງແຕ່ວັນທຳອິດໃນ ໂອນ ແທຣຟຟອດ ຂອງລະດູການ 2022-23.
ໂດຍມີລາຍງານວ່າ ເຫລ່ົາແຟນບານຍັງຄົງເຄືອງໃຈກັບຜົນງານໃນລະດູການກ່ອນທີ່ຈົບໃນອັນດັບທີ 6 ແລະ ນອກຈາກຈະບໍ່ສາ ມາດຄວ້າໂຄຕ້າໄປຫລິ້ນ ຢູຟາ ແຊ໊ມປຽນລີກ ແລ້ວນັ້ນ ຍັງເກັບຄະແນນໄດ້ພຽງ 58 ຄະແນນເທົ່ານັ້ນ.
ມີຂໍ້ມູນເປີດເຜີຍວ່າ ເຫລົ່າບັນດາແຟນບານ ແມນຢູ ຈະເລີ່ມກໍການປະທ້ວງຕັ້ງແຕ່ເກມທຳອິດໃນການຫລິ້ນທີ່ ໂອນ ແທຣຟ ຟອດ ຂອງສະໂມສອນໂດຍເກມທຳອິດຈະແຂ່ງຂັນເປັນເກມອຸ່ນເຄື່ອງກັບ ຣາໂຢ ບາເຢກາໂນ ທີມຈາກລີກສະເປນ ໃນວັນທີ 31 ກໍລະກົດ 2022 ນີ້ ແລະ ເປັນເກມທຳອິດທີ່ ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ຂອງທີມຈະໄດ້ຄຸມທີມໂຮງລະຄອນ ແຫ່ງຄວາມຝັນນຳອີກ.