ເຈົ້າຂອງທີມເຊລຊີ ລັກເຈລະຈາກັບຕົວແທນ ໂຣນັລໂດ ຫວັງດຶງຮ່ວມທີມ
ສື່ລາຍງານວ່າ ທັອດ ໂບລີ ເຈົ້າຂອງທີມເຊລຊີ ໄດ້ຕິດຕໍ່ ຈອສ ເມນເດສ ຕົວແທນຂອງ ຄຣິສຕຽນໂນ ໂຣນັລໂດ ທ່າມກາງຂ່າວລືວ່າດາວຍິງທີມຊາດໂປຣຕຸເກສ ເລີ່ມບໍ່ມີຄວາມສຸກກັບສະຖານະການໃນທີມ.
ສື່ຊື່ດັງໃນປະເທດອັງກິດ ລາຍງານວ່າ ທັອດ ໂບລີ ເຈົ້າຂອງທີມຄົນໃຫມ່ຂອງ ເຊລຊີ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ໄດ້ນັດພົບກັບ ຈອສ ເມນເດລ ຕົວແທນຊື່ດັງຂອງ ໂຣນັລໂດ ດາວຍິງແມນເຊສເຕີ ຢູໄນເຕັດ ທີ່ປະເທດໂປຣຕຸເກສ ເມື່ອອາທິດກ່ອນ ທ່າມກາງຂ່າວລືວ່ານັກເຕະເລີ່ມບໍ່ພໍໃຈກັບການເສີມທີມອັນຫລ້າຊ້າຂອງ ແມນຢູ ໃນລະດູການນີ້.
ກ່ອນຫນ້ານີ້ ມີຂ່າວວ່າ ໂບລີ ພ້ອມໃຫ້ເງິນ 200 ລ້ານປອນໃຫ້ ໂທມັສ ທູເຄິລ ຈັບຈ່າຍຊື້ນັກເຕະໃນລະດູການນີ້ ໂດຍສະເພາະໃນຕຳແນຫ່ງກອງຫນ້າຕົວເປົ້າ ຫລັງປ່ອຍ ໂຣເມລູ ລູກາກູ ກັບໄປສູ່ອິນເຕີ ມິລານ ແບບຢືມຕົວ ຂະນະທີ່ ໂຣນັລໂດ ກໍເລີ່ມມີຂ່າວບໍ່ມີຄວາມສຸກກັບສະຖານະການໃນທີມ ໂດຍຍັງເຫລືອສັນຍາກັບທີມອີກປີດຽວ. ຕົວແທນຂອງ ໂຣນັລໂດ ໄດ້ພົບກັບ ໂບລີ ເມື່ອອາທິດທີ່ຜ່ານມາ ເຖິງຈະບໍ່ມີການຢືນຢັນວ່າການຍ້າຍທີມຂອງດາວຍິງທີມຊາດໂປຣຕຸເກສ ເປັນປະເດັນກ່າວເຖິງຂອງທັງຄູ່ຫລືບໍ່ກໍຕາມ.