ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022

ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - 290298446 1925222757681495 3716664751459480346 n - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022
ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - kitchen vibe - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022

ບໍລິເວນຄວາມກົດດັນອາກາດຕໍ່າໄດ້ປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ໄດ້ເພີ່ມກໍາລັງແຮງຂຶ້ນເລັກນ້ອຍ ແລະ ສົມທົບກັບກະແສ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ ອາກາດຮ້ອນ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ ລະພາກ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ພ້ອມມີລົມພັດແຮງເປັນບາງໂອກາດ.
ພະຍາກອນອາກາດ ເວລາ 7:00 ໂມງຂອງວັນທີ 27/6/2022 ເຖິງ ເວລາ 7:00 ໂມງ ວັນທີ 28/6/2022

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດຮ້ອນ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຜົ້ງສາລີ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 20-30 ອົງສາ.

ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - Visit Laos Visit SALANA BOUTIQUE HOTEL - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022
ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - Visit Laos Visit SALANA BOUTIQUE HOTEL - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງບໍ່ແກ້ວ ແລະ ໄຊຍະບູລີ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 23-35 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍເປັນສ່ວນໃຫຍ່ ແລະ ຕົກປານກາງຢູ່ບາງ ບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນ ລະຫວ່າງ 25-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ ແລະ ບໍລິຄໍາໄຊ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

-ແຂວງໄຊສົມບູນ: ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ. ອຸນຫະພູມ ໃນລະຫວ່າງ 16-27 ອົງສາ.

-ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

-ເຂດພູພຽງບໍລະເວນ: ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 16-27 ອົງສາ.

ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - 3 - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022
ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - 5 - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022
ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022 - 4 - ສະພາບອາກາດ ເວລາ 7:00 ໂມງ ວັນທີ 27 ມີຖຸນາ 2022