ເຟລິກ ຢືນຢັນຢູ່ຕໍ່ກັບ ແອດມາດຣິດ ລະດູການຫນ້າ
ຊູເອົາ ເຟລິກ ດາວຍິງຂອງ ແອດເລຕີໂກ ມາດຣິດ ອອກມາປະຕິເສດຂ່າວການຍ້າຍທີມໃນໄລຍະລະດູການນີ້ ຫລັງຢືນຢັນ ຜ່ານສື່ສະເປນ ວ່າລາວຍັງຕ້ອງການຢູ່ກັບຕົ້ນສັງກັດຕໍ່ໄປລະດູການຫນ້າ.
ຊູເອົາ ເຟລິກ ດາວຍິງຕົວເກ່ັງຂອງ ແອດເລຕີໂກ ມາດຣິດ ທີມດັງໃນ ລາ ລີກາ ສະເປນ ອອກມາປະຕິເສດຂ່າວລືເລື່ອງຍ້າຍທີມ ຫລັງຢືນຢັນວ່າລາວຕ້ອງການຢູ່ກັບ ແອດມາດຣິດ ຕໍ່ໄປໃນລະດູການຫນ້າ ຫລັງມີຂ່າວວ່າລາວອາດຖືກປ່ອຍອອກຈາກ ທີມໃນໄລຍະລະດູການນີ້ ຫລັງຍັງສ້າງຜົນງານໄດ້ບໍ່ຫນ້າປະທັບໃຈເທົ່າທີ່ຄວນ ນັບຕັ້ງແຕ່ຍ້າຍຈາກ ເບນຟີກາ ມາຮ່ວມ ທີມດ້ວຍຄ່າຕົວມະຫາສານເຖິງ 119 ລ້ານປອນ.
ດາວຍິງທີມຊາດໂປຣຕຸເກສ ກ່າວໃນການໃຫ້ສຳພາດກັບ ມາກາ ສື່ຊື່ດັງໃນປະເທດສະເປນວ່າ : ‘‘ ການຍ້າຍອອກຈາກ ແອດເລຕີໂກ ມາດຣິດ ບໍ່ແມ່ນທາງເລືອກຂອງຂ້ອຍ ຂ້ອຍຍັງຮູ້ສຶກສະບາຍດີ ແລະ ຍັງຄົງມຸ່ງຫມັ້ນກັບ ແອດເລຕີໂກ ແລະ ຂ້ອຍບໍ່ໄດ້ຮູ້ສຶກແປກໃຈແຕ່ຢ່າງໃດກັບເລື່ອງອະນາຄົດການຫລິ້ນຂອງຂ້ອຍ ຂ້ອຍຮູ້ດີວ່າຂ້ອຍເຮັດຫຍັງໄດ້ແດ່ ແລະ ຂ້ອຍກໍຍັງພໍໃຈກັບຕົວເອງ ’’.
ທັງນີ້ ເຟລິກ ຍັງບໍ່ເຄີຍຍິງປະຕູໃນລີກໄດ້ເກີນລະດູການລະ 10 ຫນ່ວຍ ຕະຫລອດ 3 ລະດູການທີ່ຜ່ານມາກັບ ແອດເລຕີໂກ ມາດຣິດ ເຖິງລະດູການຫລ້າສຸດຈະເປັນລະດູການທີ່ລາວສ້າງຜົນງານໄດ້ດີທີ່ສຸດ ໂດຍຍິງໄດ້ 8 ປະຕູຈາກການລົງຫລິ້ນ 24 ເກມກໍຕາມ.