ເມົາລົດ ເກີດຈາກຫຍັງ ປ້ອງກັນ ແລະ ແກ້ໄດ້ຫລືບໍ່ ?
June 27, 2022 - 11:42 AM
ອາການເມົາລົດ ເມົາເຮືອ ເມົາເຮືອບິນ ອາດເປັນບັນຫາອຸກໃຈຂອງໃຜຫລາຍຄົນ ໂດຍສະເພາະຜູ້ທີ່ຕ້ອງເດີນທາງເປັນປະຈຳ ໂດຍມັກເກີດຂຶ້ນເມື່ອໂດຍສານຍານພາຫະນະທີ່ມີການແກ່ວງໂຕຂະນະເຄື່ອນທີ່ເປັນເວລາດົນ ສົ່ງຜົນໃຫ້ຮູ້ສຶກວິນຫົວ ປຸ້ນທ້ອງ ປວດຮາກ ຫລື ອາດຈະຮາກຮ່ວມນຳ ເຊິ່ງອາການດັ່ງກ່າວສາມາດປ້ອງກັນ ແລະ ຫລຸດຜ່ອນໄດ້ ໂດຍການປັບປ່ຽນພຶດຕິກຳບາງຢ່າງລະຫ່ວາງການເດີນທາງ ແລະ ອາດໃຊ້ຢາແກ້ເມົາລົດ (ຢາແກ້ວິນ) ຕາມຄຳແນະນຳຂອງແພດ.
- ອາການເມົາລົດເປັນແນວໃດ ? ເປັນອາການທີ່ເກີດຂຶ້ນສະເພາະບຸກຄົນ ດັ່ງນັ້ນ ຂະນະໂດຍສານຍານພາຫະນະໃດໆກໍຕາມ ຈຶ່ງມີທັງງຄົນທີ່ມີອາການເມົາລົດ ແລະ ຄົນທີ່ບໍ່ມີອາການ ເຊິ່ງສັນຍານທີ່ບົ່ງບອກວ່າກຳລັງຈະເມົາລົດ ໄດ້ແກ່ :
- ວິນຫົວ.
- ຮູ້ສຶກບໍ່ສະບາຍທທ້ອງ, ປຸ້ນທ້ອງ, ປວດຮາກ ແລະ ຮາກ.
- ບໍ່ຢາກອາຫານ.
- ມີເຫື່ອອອກ.
- ເດັກນ້ອຍທີ່ເມົາລົດອາດຈະໜ້າເຫລືອງຈືດ, ຢູ່ບໍ່ສະບາຍໂຕ, ຫາວນອນ ຫລື ຮ້ອງໄຫ້ຮ່ວມນຳ.
- ອາການເມົາລົດເກີດຂຶ້ນໄດ້ແນວໃດ ? ອາການເມົາລົດ ເມົາເຮືອ ຫລື ເມົາເຮືອບິນ ເກີດຂຶ້ນເມື່ອປະສາດຮັບຮູ້ການເຄື່ອນໄຫວຂອງຫູຊັ້ນໃນເຮັດວຽກບໍ່ປະສານກັບຮູບທີ່ດວງຕາເບິ່ງເຫັນ ສະໝອງຈຶ່ງໄດ້ຮັບສັນຍານທີ່ຂັດແຍ່ງກັນ ຈົນມີອາການເມົາລົດຕາມມາ ໂດຍອາດເກີດຈາກການໂດຍສານລົດທີ່ແກ່ວງໄປແກ່ວງມາ, ບໍ່ນິ້ງ ຫລື ຂົນເທິງຖະໜົນທີ່ຄົດໂຄ້ງດົນເກີນໄປ, ການນັ່ງເຮືອທີ່ໂຍກໄປໂຍກມາຕາມຄື້ນນຳ້, ການໂດຍສານເຮືອບິນ ຫລື ແມ່ນແຕ່ລະຫວ່າງຫລິ້ນເຄື່ອງຫລິ້ນຢູ່ສວນສະໜຸກຕ່າງໆ ເຊັ່ນ : ລົດໄຟເຫາະ, ຊິງຊ້າສະຫວັນ ກໍອາດເຮັດໃຫ້ມີອາການໄດ້ຄືກັນ.
- ທັງນີ້ບຸກຄົນໃນກຸ່ມຕໍ່ໄປນີ້ອາດສ່ຽງເກີດອາການເມົາລົດໄດ້ຫລາຍກ່ວາຄົນທົ່ວໄປ :
- ຜູ້ທີ່ມີປະສາດຮັບຮູ້ການເຄື່ອນໄຫວໄວ.
- ແມ່ຍິງທີ່ກຳລັງເປັນປະຈຳເດືອນ, ຖືພາ ຫລື ຢູ່ໃນໄລຍະຮັບການບຳບັດດ້ວຍຮໍໂມນ.
- ຜູ້ປ່ວຍໄມເກຣນ.
- ເດັກນ້ອຍອາຍຸ 2 – 12 ປີ.
- ຜູ້ທີ່ກຳລັງໃຊ້ຢາບາງຊະນິດດ ເຊັັ່ນ : ຢາປົວພະຍາດຫອບຫືດ, ຢາຕ້ານອາການຊຶມເສົ້າ, ຢາໄອບູໂປຣເຟນ, ຢານາພຣັອກເຊນ ເປັນຕົ້ນ.
- ຜູ້ທີ່ມີພຶດຕິກຳໃຊ້ສານເສບຕິດ.
- ຫລຸດຜ່ອນອາການເມົາລົດໄດ້ແນວໃດ ? ອາການເມົາລົດ ເມົາເຮືອ ຫລື ເມົາເຮືອບິນ ສາມາດປ້ອງກັນ ແລະ ຫລຸດຜ່ອນອາການໄດ້ດ້ວຍຕົນເອງ ພຽງປະຕິບັດຕາມຄຳແນະນຳດັ່ງຕໍ່ໄປນີ້ :
- ຫາກນັ່ງລົດຄວນເລືືອກບ່ອນນັ່ງຢູ່ເບາະໜ້າ, ສ່ວນການໂດຍສານເຮືອ ຫລື ເຮືອບິນ ກໍຄວນເລືອກບ່ອນນັ່ງແຖວກາງລຳ ເພື່ອຫລຸດແຮງກະແທກ, ແຮງແກ່ວງ ຫລື ການໂຍກໄປມາຂອງຍານພາຫະນະ.
- ຂະນະໂດຍສານລົດໃຫ້ແນມໄປທາງດ້ານໜ້າ ໂດຍໃຫ້ສາຍຕາຈົດຈ້ອງໄປຍັງຈຸດທີ່ຢຸດຢູ່ກັບບ່ອນ ເຊັ່ນ : ຕຶກສູງ, ເສັ້ນຂອບຟ້າ ເປັນຕົ້ນ.
- ຫລີກເວັ້ນການຈ້ອງເບິ່ງສິ່ງທີ່ເຄື່ອນໄຫວໄດ້ ເຊັ່ນ : ລົດທີ່ກຳລັງແລ່ນຢູ່ເທິງຖະໜົນ ຫລື ເຮືອລຳອື່ນທີ່ແລ່ນຜ່ານໄປມາ.
- ຫລັບຕາ ແລະ ກຳນົດລົມຫາຍໃຈເຂົ້າອອກເລິກໆ.
- ຫາກຢູ່ໃນພາຫະນະສ່ວນໂຕ ອາດລົມກັບຄົນອື່ນທ ຫລື ຮ້ອງເພງເພື່ອດຶງຄວາມສົນໃຈໄປທາງອື່ນ.
- ແວ່ຈອດລົດຕາມຈຸດຕ່າງງໆພັກລົດລະຫວ່າງທາງ ເພື່ອຜ່ອນຄາຍທ່າທາງການນັ່ງ, ພັກດື່ມນຳ້ ຫລື ສືບອາກາດພາຍນອກ.
- ຫລຫີກເວັ້ນການອ່ານໜັງສື ຫລື ໃຊ້ອຸປະກອນອີເລັກໂຕຣນິກທຸກຊະນິດລະຫ່ວາງການເດີນທາງ.
- ຫລີກເວັ້ນການກິນອາຫານຄາບໃຫຍ່ໆ ແລະະ ອາຫານທີ່ມີລົດຊາດເຂັ້ມຂຸ້ນ, ເຜັດຫລາຍ, ເຄັມຫລາຍ, ມັນຫລາຍ ລວມທັງເຄື່ອງດື່ມອານກໍຮໍ ແລະ ເຄື່ອງດື່ມທີ່ມີກາເຟອີນກ່ອນໂດຍສານຍານພາຫະນະໃດໆ.
- ແກ້ອາການເມົາລົດ ເມົາເຮືອ ຫລື ເມົາເຮືອບິນ : ນອກຈາກການປະຕິບັດຕາມຄຳແນະນຳຕ່າງໆໆ ຜູ້ທີ່ເມົາລົດເປັນປະຈຳຄວນກິນຢາແກ້ວິນ ຫລື ຢາແກ້ເມົາລົດ ຫລື ຕິດພາສເຕີຢາແກ້ເມົາລົດ ດັ່ງຕໍ່ໄປນີ້ :
- ຢາຕ້ານຮິສຕາມີນ ເປັນຢາທີ່ມີສັບພະຄຸນຊ່ວຍປ້ອງກັນ ຫລື ຫລຸດຜ່ອນອາການເມົາລົດທີ່ນິຍົມໃຊ້ໃນປັດຈຸຸບັນ ເຊັ່ນ : ຢາໄຊໄຄລຊີນ, ຢາໄດເມນໄຮດຣິເນດ ເປັນຕົ້ນ, ແຕ່ຢາເຫລົ່ານີ້ອາດສົ່ງຜົນຂ້າງຄຽງເຮັດໃຫ້ຮູ້ສຶກງ່ວງນອນໄດ້.
- ຢາໂຄໂປລາມີນ ມີສັບພະຄຸນຊ່ວຍຫລຸດຜ່ອນອາການເມົາລົດ ໂດຍໂຕຢາຈະຢູ່ໃນຮູບແບບຂອງພາສເຕີສຳລັບຕິດແປະລົງເທິງຜິວໜັງ ໃຊ້ຕິດແປະໄວ້ດ້ານຫລັງໃນຫູຕັ້ງແຕ່ກ່ອນເດີນທາງປະມານ 2 – 3 ຊົ່ວໂມງ.
- ທັງນີ້ ຜູ້ໃຊ້ຢາຄວນປະຕິບັດຕາມຄຳແນະນຳຂອງແພດ ຫລື ຕາມສະຫລາກຢາຢ່າງເຄັ່ງຄັດ ລວມທັງປຶກສາແພດທຸກເທື່ອກ່ອນໃຫ້ເດັກກິນຢາຕຕ້ານຮີສຕາມີນ ຫລື ໃຊ້ພາສເຕີຢາໂຄໂປລາມີນ ເພາະເດັກອາດສ່ຽງໄດ້ຮັບຜົນຂ້າງຄຽງຈາກການໃຊ້ຢາຫລາຍກ່ວາຄົນໃນໄວອື່ນ.