ກຸ່ມ G7 ປະກາດບໍ່ຮັບຊື້ຄຳຈາກຣັດເຊຍ
ຂ່າວຈາກ dailynews ວັນທີ 27 ມິຖຸນາ 2022 ນີ້ ໃຫ້ຮູ້ວ່າ: ກອງປະຊຸມກຸ່ມປະເທດມະຫາອຳນາດດ້ານອຸດສາຫະກຳ ຂອງໂລກ ຫລື G7 ປະກາດຈຳກັດການສົ່ງອອກຄຳຈາກຣັດເຊຍ ແລະ ການຮ່ວມລະດົມທຶນໃນພາກພື້ນພວມພັດທະນາຫລັງຈາກ ປະເທດສະມາຊິກປະກອບດ້ວຍ ສ.ອາເມລິກາ, ອັງກິດ, ເຢຍລະມັນ, ຝຣັ່ງ, ອີຕາລີ, ການາດາ ແລະ ຍີ່ປຸ່ນ ໄດ້ຕົກລົງເປັນເອກະພາບກັນໃນກອງປະຊຸມຄັ້ງນີ້.
ໃນໄລຍະ ຊຸມປີຜ່ານມາ ຄຳກາຍເປັນສິນຄ້າສົ່ງອອກສຳຄັນອັນດັບ 2 ຂອງຣັດເຊຍຮອງຈາກນ້ຳມັນເຊື້ອໄຟໂດຍຣັດເຊຍກວມເອົາອັດຕາສ່ວນເກືອບ 5% ຂອງຕະຫລາດຄຳໂລກຄິດເປັນມູນຄ່າເກືອບ19 ຕື້ໂດລາ ສະຫະລັດ ເມື່ອປີ 2020 ແຕ່ຫລຸດລົງມາຢູ່ທີ່ປະມານ 15,5 ຕື້ໂດລາ ສະຫະລັດເມື່ອທຽບໃສ່ປີກາຍ.
ຕາມຂໍ້ມູນ 90%ຂອງຄຳທີ່ສົ່ງອອກຈາກຣັດເຊຍມີປະເທດ G7 ເປັນລູກຄ້າໃຫຍ່ທີ່ສຸດໂດຍສະເພາະອັງກິດ, ສ່ວນ ສ.ອາເມລິກາ ຊື້ຄຳຈາກຣັດເຊຍ ຄິດເປັນມູນຄ່າບໍ່ເຖິງ 1 ລ້ານໂດລາ ສະຫະລັດ ເມື່ອ 2ປີຜ່ານມາ.