ກອງທັບ ລາວ-ຫວຽດນາມ ຮ່ວມມືພັດທະນາສອງກຸ່ມບ້ານຢູ່ຫົວພັນ ເເລະ ຜົ້ງສາລີ
ວັນທີ 24 ມີຖຸນາ 2022 ທີ່ນະຄອນວິງແຂວງເຫງະອານ ສສ ຫວຽດນາມ, ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດພ້ອມດ້ວຍຄະນະ, ພົນໂທ ຫງວຽນ ເຕີນເກືອງ ກຳມະການສູນກາງພັກ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງປະເທດ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍການປະຕິບັດແຜນການແມ່ບົດໂຄງການຮ່ວມມືພັດທະນາ 2 ກຸ່ມບ້ານຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີ ປະຈຳສົກປີ 2022-2024 ບົນພື້ນຖານການປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສສ ຫວຽດນາມ ເລກທີ 21/ QD-TTg ລົງວັນທີ 4 ເມສາ 2022 ວ່າດ້ວຍການອະນຸມັດແຜນແມ່ບົດໂຄງການຮ່ວມມືພັດທະນາ 2 ກຸ່ມບ້ານຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີຂຶ້ນກັບໂຄງການຮ່ວມມືພັດທະນາຊາຍແດນ ລາວ-ຫວຽດນາມໃຫ້ມີສະຖຽນລະພາບ, ພັດທະນາຮອບດ້ານ ແລະ ອີງຕາມແຜນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດລາວ ແລະ ກະຊວງປ້ອງກັນປະເທດສສ ຫວຽດນາມ ໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ໃນກອງປະຊຸມ, ສອງຝ່າຍໄດ້ຜັດປ່ຽນກັນສະຫລຸບລາຍງານສະພາບການຈັດຕັ້ງປະຕິບັດໂຄງການໃນໄລ ຍະຜ່ານມາວ່າ: ນັບແຕ່ປີເລີ່ມຕົ້ນໂຄງການຈົນເຖິງປັດຈຸບັນ ໄດ້ສຸມໃສ່ພັດທະນາກຸ່ມບ້ານເຂດຊາຍເເດນລາວ-ຫວຽດນາມ ແລະ ເຂດຫລໍ່ແຫລມຢູ່ເຂດໃຈກາງໃຫ້ມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຮອບ ດ້ານ ເຮັດໃຫ້ເຂດດັ່ງກ່າວສະຫງົບປອດໄພໂດຍພື້ນຖານ ໂດຍສະເພາະພື້ນຖານໂຄງລ່າງທີ່ຈຳເປັນຮັບໃຊ້ການຜະລິດ ແລະ ການບໍລິການຂອງປະຊາຊົນ ໄດ້ຮັບການກໍ່ສ້າງຂຶ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ການທຳມາຫາກິນ ແລະ ການດຳລົງຊີວິດຂອງປະຊາຊົນ, ການຜະລິດເປັນສິນຄ້າ ແລະ ການສ້າງລາຍຮັບຂອງຄອບຄົວ ມີໜໍ່ແໜງເກີດຂຶ້ນ, ປະຊາຊົນໄດ້ຮັບການສຶກສາອົບຮົມການນຳພາແນວຄິດ, ອຸ່ນອ່ຽນທຸ່ນທ່ຽງສ້າງສາພັດທະນາບ້ານຊ່ອງ ກໍຄືຄອບຄົວຂອງຕົນເອງນັບມື້ນັບດີຂຶ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍ ບາຍ, ການນຳພາຂອງພັກ-ລັດສູງຂຶ້ນ ແລະ ສາມາດຕີຖອຍການໂຄສະນາຂົນຂວາຍຂອງພວກກຸ່ມຄົນບໍ່ດີ. ທີ່ພົ້ນເດັ່ນເຮັດໃຫ້ລະບົບການເມືອງຢູ່ຂັ້ນຮາກຖານມີສະຖຽນລະພາບ ແລະ ເຂັ້ມແຂງ ສາມາດປະຕິ ບັດພາລະບົດບາດໜ້າທີ່ຂອງຕົນໄດ້ເປັນຢ່າງດີ. ພິເສດສາມາດແກ້ໄຂຄວາມບໍ່ສະຫງົບ, ບໍ່ປອດໄພທີ່ຄົງຄ້າງມາຫລາຍປີຢູ່ເຂດໃຈກາງຂອງປະເທດໄດ້ໂດຍພື້ນຖານ ແລະ ກ້າວສູ່ຄວາມສະຫງົບໜັກແໜ້ນເທື່ອລະກ້າວ.
ຂະນະທີ່ຊຸມປີຕໍ່ໜ້າ, ສອງຝ່າຍຈະສືບຕໍ່ຮ່ວມມືກໍ່ສ້າງເຂດຊາຍເເດນຂອງສອງປະເທດ ແລະ ເຂດໃຈກາງ ໃຫ້ມີສະຖຽນລະພາບການເມືອງ, ເສດຖະກິດ-ສັງຄົມຂະຫຍາຍຕົວດີຂຶ້ນ, ຮັບປະກັນການພັດ ທະນາກຸ່ມບ້ານຕາມບໍລິເວນຊາຍເເດນໃຫ້ບັນລຸ 4 ເນື້ອໃນ 4 ຄາດໝາຍຕາມທິດສາມສ້າງຂອງກົມການ ເມືອງສູນກາງພັກວາງອອກ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດປະຊາຊົນບັນດາເຜົ່າຢູ່ຕາມເຂດຊາຍແດນໃຫ້ມີຄວາມຮູ້, ເຂົ້າໃຈແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ແລະ ຕື່ນຕົວເປັນເຈົ້າການປະກອບສ່ວນສ້າງສາພັດທະນາບ້ານຊ່ອງ, ສາມັກຄີປອງດອງ, ອຸ່ນອ່ຽນທັງການດຳລົງຊີວິດ, ການທຳມາຫາກິນພັດທະນາຊີວິດການເປັນຢູ່ຄອບຄົວໃຫ້ນັບມື້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ສືບຕໍ່ສຶກສາອົບຮົມໃຫ້ປະຊາຊົນເຂົ້າໃຈ ແລະ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ສ້າງລາຍຮັບຕົວຈິງໃຫ້ແກ່ຄອບຄົວແກ້ໄຂຊີວິດການຢູ່ໃຫ້ດີຂຶ້ນ ແລະ ສືບຕໍ່ຮ່ວມມືຈັດຕັ້ງຜັນຂະຫຍາຍແຜນແມ່ບົດການຮ່ວມມືພັດທະນາ 2 ກຸ່ມບ້ານໃໝ່ (ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນ້ຳຮາງເມືອງສຳ ພັນ ແຂວງຜົ້ງສາລີ) ໃຫ້ມີປະສິດທິຜົນສູງ.