ເງິນກີບລາວເຮົາຈະແຂງຄ່າກໍຕ້ອງອາໄສຄວາມເປັນເຈົ້າຂອງປວງຊົນລາວທັງຊາດ
ບັນຫາເງິນກີບອ່ອນຄ່າແມ່ນເລີ່ມເປັນມາໄດ້ຫລາຍທົດສະວັດແລ້ວ ສາເຫດກໍຍ້ອນໃນປະຫວັດສາດຜ່ານມາ ຄົນລາວປະເທດລາວຂອງພວກເຮົາສ່ວນໃຫຍ່ເປັນປະເທດທີ່ມີກຳລັງຊື້-ຂາຍຫລາຍກວ່າກຳລັງການຜະລິດ ໝາຍວ່າຄົນລາວເຮົາເປັນຄົນມັກຊື້ຫລາຍກວ່າມັກຜະລິດ ເພື່ອເປັນສິນຄ້າທີ່ຫລາກຫລາຍສົ່ງຂາຍໄປຍັງຕ່າງປະເທດ.
ຍົກຕົວຢ່າງໃນຫລາຍຮ້ອຍປີຜ່ານມາ ປະເທດລາວຄົນລາວເຮົາມີການອາໄສແຕ່ສິນຄ້າຂອງໄທເປັນຫລັກຈົນວ່າປະເທດລາວຂອງພວກເຮົາກາຍເປັນຕະຫລາດຈຳໜ່າຍສິນຄ້າລາຍໃຫຍ່ໃຫ້ປະເທດໄທ.
ໃນເມື່ອບໍ່ມີການຜະລິດສິນຄ້າທີ່ຫລາກຫລາຍ ເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດແລ້ວກໍຍິ່ງເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກຫລາຍກວ່າການສົ່ງອອກ ສຸດທ້າຍມາກໍມີການຂາດດູນຢ່າງຫລວງຫລາຍ ດັ່ງທີ່ເຄີຍມີ ແລະ ເຄີຍເຫັນໃນຫລາຍໆປີຜ່ານມາ. ນີ້ຄືເຫດຜົນໜຶ່ງທີ່ເຮັດໃຫ້ເງິນກີບລາວອ່ອນຄ່າ.
ສ່ວນເຫດຜົນອັນທີສອງກໍແມ່ນຍ້ອນຄົນລາວເຮົາເອງພາກັນຫັນໄປນິຍົມຊົມຊອບເງິນຕາຕ່າງປະເທດເກີນໄປ ໂດຍສະເພາະແມ່ນເງິນບາດໄທກັບເງິນໂດລາສະຫະລັດ. ອັນນີ້ມັນກໍເປັນສິ່ງທີ່ແນ່ນອນຢ່າງປະຕິເສດບໍ່ໄດ້ວ່າ ໃນເມື່ອເງິນກີບລາວອ່ອນຄ່າ ໃຜກໍບໍ່ຢາກຄອບຄອງຊົມໃຊ້ ຍ້ອນມັນບໍ່ມີຄວາມໝັ້ນຄົງ.
ສິ່ງທີ່ສະແດງໃຫ້ເຫັນຢ່າງປະຈັກຕາ ໃນການຂາຍຢູ່ພາຍໃນປະເທດນັ້ນມີບາງປະເພດສິນຄ້າແມ່ນມັກຂາຍເປັນເງິນບາດ ຫລື ເງິນໂດລາສະຫະລັດເຊັ່ນ: ຂາຍດິນ, ຂາຍລົດຍົນ, ຂາຍງົວ, ຂາຍຄວາຍ ລາມໄປຮອດຂາຍເປັດຂາຍໄກ່ ແລະ ຂາຍສິນຄ້າປະເພດອື່ນໆອີກຫລາຍຢ່າງ.
ຫາກຕັ້ງໂຈດກັນວ່າ, ພວກເຮົາຈະແກ້ໄຂກັນແນວໃດ ເພື່ອເຮັດໃຫ້ເງິນກີບລາວແຂງຄ່າ. ປັດໄຈຫລັກໆນັ້ນມັນກໍມີຢູ່ວ່າ ປະຊາຊົນລາວຕ້ອງຫັນປ່ຽນແນວຄິດຂີ້ຄ້ານມັກງ່າຍ, ແນວຄິດເອື່ອຍອີງ ຫັນມາເປັນຄົນຂະຫຍັນດຸໝັ່ນເຮັດການຜະລິດເພື່ອເປັນສິນຄ້າສົ່ງອອກໃຫ້ຫລາຍໆ ເພາະໂອກາດໄດ້ມາເຖິງແລ້ວ. ຕະຫລາດຈຳໜ່າຍສິນຄ້າກະສິກຳ, ອຸດສາຫະກຳຫລາຍປະເພດຂອງລາວເຮົາແມ່ນ ສປ ຈີນ ແລະ ຍັງມີປະເທດອື່ນໆໃນພາກພື້ນ ແລະ ໃນໂລກ.
ສິ່ງທີ່ຈະຮັບປະກັນໄດ້ວ່າເງິນກີບລາວເຮົາຈະຂງຄ່າໄດ້ກໍຄືການເຮັດກົງກັນຂ້າມກັບສິ່ງເວົ້າມາຄື ການຊື້-ຂາຍສິນຄ້າ ເປັນເງິນກີບ, ສົ່ງເສີມການຜະລິດພາຍໃນ ແລະ ອີກອັນໜຶ່ງກໍຄືປະຕິບັດລະບຍບກົດໝາຍ ດ້ວຍການບໍ່ແລກເງິນຊະຊາຍ ຝ່າຍພາກລັດກໍເຂັ້ມງວດກວດກາ ພົບເຫັນປັບໃໝ ຫລື ສັ່ງຍຸບຕາມມາດຕະການທີ່ວາງອອກຄັກແນ່ ຄືດັ່ງທີ່ທ່ານນາຍົກລາຍງານໃນກອງປະຊຸມສະພາ ວ່າໄດ້ມີການປັບປຸງການແລກປ່ຽນ, ໄດ້ມີການປັບປຸງກົງຈັກລັດ, ແກ້ໄຂປາກົດການຕ່າງໆ ເຊິ່ງໄລຍະສອງອາທິດຜ່ານມາກໍເຫັນວ່າຄວບຄຸມໄດ້ແທ້ ແຕ່ເມື່ອມາຮອດວັນທີ 27 ມິຖຸນາ ຜ່ານມານີ້ຄືວ່າໄຫລຂຶ້ນອີກ.
ສະຫລຖບແລ້ວຖ້າຫາກພວກເຮົາເປັນເຈົ້າການນຳກັນ, ມີຈິດສຳນຶກຊາດທີ່ແນ່ນວແນ່ ເຊື່ອແດ່ວ່າຖ້າຫາກເຮັດໄດ້ເງິນກີບລາວເຮົາກໍຈະກັບມາແຂງຄ່າ, ການຄ້າຂາຍກໍຈະຄ່ອງຕົວ ແລະ ການເປັນຢູ່ຂອງເຮົາກໍມີຄວາມສະຫງົບສຸກ ຂໍໃຫ້ສິ່ງເຫລົ່ານີ້ເກີດຂຶ້ນກັບປະເທດຊາດບ້ານເມືອງຂອງເຮົາໂດຍໄວ.