ກວງ ຫາຍ ຕົກລົງຍ້າຍໄປຢູ່ ໂປ ແອຟເຊ ລີກ 2 ຂອງຝຣັ່ງ ເຊັນສັນຍາ 2 ປີ
ຫງວຽນ ກວງ ຫາຍ ນັກເຕະຊຸບເປີສະຕາ ເຈົ້າຂອງສາຍາ ‘‘Messi Vietnam’’ ທີ່ແຟນບານຫວຽດນາມ ຍ້ອງຍໍ ໄດ້ຕົກລົງ ເຊັນສັນຍາກັບ ໂປ ແອຟເຊ ໃນລີກ ເດິ ຝຣັ່ງ (ລີກ 2) ຫລັງຈາກທີ່ຫມົດສັນຍາກັບ ຮາໂນ່ຍ ເອຟຊີ ຕັ້ງແຕ່ເດືອນມີນາທີ່ຜ່ານມາ.
ສື່ ສສ ຫວຽດນາມ ລະບຸວ່າ : ກ່ອນຫນ້ານີ້ ກວງ ຫາຍ ມີຂ່າວກັບ ເມັດ ທີມໃນລີກ 2 ແຕ່ສຸດທ້າຍກາຍເປັນ ໂປ ແອຟເຊ ທີໄດ້ ຕົວນັກເຕະຫວຽດນາມ ອາຍຸ 25 ປີລາຍນີ້ໄປ.
ສື່ຫວຽດນາມລະບຸວ່າ : ເບີນາດ ລາປອດ ເຟ ປະທານສະໂມສອນ ໂປ ແອຟເຊ ເລືອກ ກວງ ຫາຍ ເພາະເປັນນັກເຕະທີ່ສ້າງສັນ ແລະ ສະຫລາດເດ່ັນ ໂດຍເຊັນສັນຍາ 2 ປີ ພ້ອມຕົວເລືອກຂະຫຍາຍເວລາອີກ 1 ປີ ເພື່ອໃຫ້ເວລານັກເຕະຫວຽດນາມລາຍນີ້ໄດ້ປັບຕົວ ນອກຈາກນີ້ ຍັງມີເງື່ອນໄຂປ່ອຍຕົວ ກວງ ຫາຍ ໄປສູ່ທີມທີ່ໃຫຍ່ກວ່າ ຫາກມີຂໍ້ສະເຫນີເຂົ້າມາ.
ສຳລັບ ກວງ ຫາຍ ເປັນນັກເຕະທີ່ໄດ້ຮັບການຈັດອັນດັບຈາກ ປາກ ຮັງ ຊໍ ຜູ້ຈັດການທີມຊາດຫວຽດນາມ ວ່າເປັນກອງກາງທີ່ ດີທີ່ສຸດໃນຫວຽດນາມ ໂດຍລົງຫລິ້ນ 126 ນັດ ຍິງໄປ 35 ປະຕູ ຄວ້າແຊ໊ມມາແລ້ວທຸກລາຍການໃນຫວຽດນາມ ນອກຈາກນີ້ ຍັງເປັນກຳລັງຫລັກຂອງທີມຊາດຫວຽດນາມມາໂດຍຕະຫລອດ.