ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

- FB IMG 1656333621911 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
- kitchen vibe - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ

ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ຜູ້ຊີ້ນຳວຽກງານຕຳຫຼວດ ລາຍງານຜ່ານໜັງສືພິມຄວາມສະຫງົບວັນທີ​ 27 ມິຖຸນາ​ 2022 ນີ້​ວ່າ: ໃນເດືອນມິຖຸນາ 2022 ຜ່ານມາ, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຕ້ອງຫາຄະດີສໍ້ໂກງຊັບພົນລະເມືອງ ໄດ້ຈຳນວນ 3 ຄົນ ຄື:
- FB IMG 1656333630918 1024x576 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
1. ນາງ ຄູນສະຫວັນ ອາຍຸ 31 ປີ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.​
2.ທ້າວ ທັນວາ ບຸນຊັບ ອາຍຸ 27 ປີ ບ້ານໂນນສະອາດ ເມືອງໄຊທານີ
3.ທ້າວ ຕູ່ ຢ່າງ ອາຍຸ 21 ປີ ຢູ່ບ້ານດົງໂດກ
ຜົນເສຍຫາຍ 500 ລ້ານກວ່າກີບ.
ເຫດການເກີດຂຶ້ນຍ້ອນກຸ່ມຄໍເຊັນເຕີ ໄດ້ໂພສຮັບສະໝັກວຽກຜ່ານທາງເຟສບຸກ ໂດຍໃຫ້ເງິນເດືອນສູງ ແລະ ເປັນການເຮັດວຽກອອນລາຍ, ເມື່ອມີຜູູ້ຫຼົງເຊື່ອສະໝັກວຽກ (ຜູູ້ຖືກຫາ) ກໍຈະໃຫ້ສົ່ງຮູບພາບບັດປະຈໍາຕົວ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ຫຼື ຄິວອາໂຄສ ໃຫ້ກຸ່ມຄໍເຊັນເຕີ້ ໂດຍອ້າງວ່າຈະນຳໃຊ້ເອກະສານເຫຼົ່ານີ້ ເພື່ອຢັ້ງຢືນສະໝັກວຽກ (ໂດຍການຕິດຕໍ່ແມ່ນຜ່ານວັອດແອັບເບີໂທລະສັບ 020 97621388, 020 91563693, 020 9734 0947) ໂດຍອ້າງວ່າຜູ້ກ່ຽວຊື່ນາງ ດາ.
- FB IMG 1656333628702 1024x576 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
ຫຼັງຈາກນັ້ນ, ກຸ່ມຄໍເຊັນເຕີ້ ກໍຈະໂພສຮັບແລກປ່ຽນເງິນຕາ ຫຼື ຕ້ອງການແລກປ່ຽນເງິນຕາ ທາງເຟສບຸກເພຈ “ຮ້ານແລກປ່ຽນເງິນຕາ ເງິນດ່ວນ CSN ແລະ ເພຈອື່ນໆ ເພື່ອຫາລູກຄ້າ (ຜູ້ຖືກເສຍຫາຍ) ເມື່ອມີຄົນຕິດຕໍ່ຫາເພື່ອແລກປ່ຽນເງິນຕາ ແລ້ວກໍຈະໃຫ້ຜູ້ທີ່ສະໝັກວຽກທາງອອນລາຍ ຕ່າງໜ້າໄປພົບກັບລູກຄ້າ ໂດຍຈະມີການນັດແນະໃຫ້ບອກກັບລູກຄ້າວ່າ ນາງ ດາ ແລະ ພວກກ່ຽວ ເປັນຍາດພີ່ນ້ອງກັນ ແລະ ສະເໜີເງິນຄ່າຕອບແທນໃຫ້. ເມື່ອລູກຄ້າໂອນເງີນໃຫ້ແກ່ຜູ້ຕ່າງໜ້ານາງ ທີ່ໝັກວຽກກັບນາງດາ, ແລ້ວຫຼັງຈາກນັ້ນນາງ ດາ ກໍ່ຈະສັ່ງການ ໃຫ້ເອົາເງິນທີ່ສໍ້ໂກງມາໄປແລກເປັນເງິນບາດ ແລະ ໂອນເຂົ້າບັນຊີເງິນຝາກຢູ່ປະເທດໄທ (ໂດຍມີການຫັກຄ່າຈ້າງໃຫ້ແກ່ຜູ້ທີ່ໄປໂອນ).

ຕໍ່ກັບບັນຫາດັ່ງກ່າວ, ພັທ ສຸລີວັນ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ຈົ່ງມີສະຕິກໃນການແລກປ່ຽນເງີນຕາຄວນແລກປ່ຽນຢູ່ຕາມຮ້ານແລກປ່ຽນເງິນຕາທີ່ໄດ້ຮັບການອະນຸຍາດ ຫຼື ຕົວແທນຂອງທະນາຄານ ເພື່ອຫຼີກລ້ຽງການຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີ.
- FB IMG 1656333633068 1024x576 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
ພ້ອມທັງຮຽກຮ້ອງມາຍັງຜູ້ທີ່ຊອກຫາວຽກງານເຮັດງານທຳ ກ່ອນຈະສະໝັກວຽກງານໃຫ້ມີສະຕິໃນການກວດສອບເບິ່ງຄືນວ່າບໍລິສັດທີ່ຈະສະໝັກວຽກມີຕົວຕົນ ຫຼື ບໍ່ ແລະ ບໍ່ຄວນສົ່ງຮູບເອກະສານບັດປະຈໍາຕົວ, ໜັງສືຜ່ານແດນ, ສໍາມະໂນຄົວ ແລະ ເລກບັນຊີທະນາຄານ ໃຫ້ແກ່ບຸກຄົນອື່ນ ເພາະທ່ານອາດຈະກາຍເປັນຜູ້ມີສ່ວນຮ່ວມໃນການກະທຳຜິດ ໂດຍບໍ່ຮູ້ຕົວ ແລະ ຈະຖືກດຳເນີນຄະດີຕາມກົດໝາຍ.

- Visit Laos Visit SALANA BOUTIQUE HOTEL - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
- Visit Laos Visit SALANA BOUTIQUE HOTEL - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
- 4 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
- 3 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ
- 5 - ຈັບກຸ່ມຄໍເຊັນເຕີ ໂພສຮັບສະໝັກວຽກຜ່ານທາງເຟສບຸກ ສ້າງຜົນເສຍຫາຍ 500 ລ້ານກວ່າກີບ