ອາເຊນອລ ຖະແຫລງຄວ້າ ເທີເນີ ຜູ້ຮັກສາປະຕູຊາວສະຫະລັດເຝົ້າເສົາ
June 27, 2022 - 9:29 PM
ອາເຊນອລ ທີມດັງແຫ່ງພຣີເມຍລີກ ອັງກິດ ປະກາດຄວ້າ ແມດ ເທີເນີ ຜູ້ຮັກສາປະຕູຊາວສະຫະລັດອາເມລິກາ ເຂົ້າ ມາເປັນສະມາຊິກໃຫມ່ເປັນທີ່ຮຽບຮ້ອຍແລ້ວ ແລະ ເພື່ອມາກົດດັນ ອາຣອນ ແຣມເດລ ຜູ້ຮັກສາປະຕູຊາວອັງກິດ ທີ່ຖືກຄອງມືຫນຶ່ງຂອງທີມໃນເວລານີ້.
ແມດ ເທີເນີ ອາຍຸ 28 ປີ ຍ້າຍມາຈາກ ນີວ ອິງແລນ ເຣໂວລູຊັນ ດ້ວຍຄ່າຕົວ 5 ລ້ານປອນ ໂດຍມີເງິນພິເສດອີກ 2 ລ້ານປອນ ເຊິ່ງຂຶ້ນຢູ່ກັບເງື່ອນໄຂທີ່ຕົກລົງກັນໄວ້ໃນສັນຍາ ໂດຍນັກເຕະຈະໄດ້ເຊັນສັນຍາ 4 ປີ ພ້ອມໃສ່ເສື້ອຫມາຍເລກ 30 ເຝົ້າເສົາ ໃຫ້ກັບທີມ.
ສຳລັບ ແມດ ເທີເນີ ເປັນການເສີມທີມລາຍທີ 4 ຂອງ ມິເກລ ອາເຕຕາ ຜູ້ຈັດການທີມຊາວສະເປນ ຕໍ່ຈາກ ມາກິນຢອສ ກອງ ຫນ້າອະນາຄົດໄກກທີ່ຍ້າຍມາຈາກ ເຊົາ ເປົາໂລ, ຟີບີໂອ ວິເອຣາ ກອງກາງຈາກ ເອຟຊີ ປໍໂຕ ລວມເຖິງ ກາບຣຽລ ເຊຊຸສ ກອງຫນ້າຊາວ ບຣາຊິລ ຈາກແມນເຊສເຕີ ຊິຕີ.