ປີເຕີ ເຊັກ ອຳລາຕຳແຫນ່ງຜູ້ອຳນວຍການຝ່າຍເຕັກນິກ ເຊລຊີ
ປີເຕີ ເຊັກ ຜູ້ອຳນວຍການຝ່າຍເຕັກນິກຂອງສະໂມສອນ ເຊລຊີ ທີມດັງແຫ່ງ ພຣີເມຍລີກ ອັງກິດ ໄດ້ປະກາດລາອອກຈາກ ຕຳແຫນ່ງເປັນທີ່ຮຽບຮ້ອຍແລ້ວ ໂດຍລາວໃຫ້ເຫດຜົນວ່ານີ້ຄືເວລາອັນເຫມາະສົມທີ່ຈະໄປຈາກທີມ ຕາມຫລັງ ບຣູສ ບັກ ແລະ ມາຣີນາ ກຣານອຟກາຢາ ອຳລາທີມໃນຕຳແຫນ່ງປະທານສະໂມສອນ ແລະ ຜູ້ອຳນວຍການສະໂມສອນໄປກ່ອນຫນ້ານີ້.
ຍອດທີມແຫ່ງຖິ່ນ ສະແຕມຟອດ ບຣິດ ໄດ້ພົບກັບຄວາມປ່ຽນແປງຫລາຍຢ່າງ ນັບຕັ້ງແຕ່ເຈົ້າຂອງເກ່ົາ ໂຣມັນ ອະບຣາໂມວິດ ຊາວຣັສເຊຍຖືກຂວຳ້ບາດຈາກເຫດການ ຣັສເຊຍ-ຢູເຄຣນ ຈຶ່ງເຮັດໃຫ້ຈຳເປັນຕ້ອງຂາຍທີມຢ່າງຫລີກລ່ຽງບໍ່ໄດ້ ແລະ ເປັນກຸ່ມ ທຶນຈາກປະເທດສະຫະລັດ ອາເມລິກາ ນຳໂດຍ ໂບລີ ເຂົ້າມາຊື້ກິດຈະການເປັນເຈົ້າຂອງທີມຄົນໃຫມ່.
ເຊລຊີ ຈົບອັນດັບ 3 ຂອງຕາຕະລາງໃນພຣີເມຍລີກ ອັງກິດ 2021-22 ດ້ວຍການມີ 74 ຄະແນນ ຈາກການລົງສະຫນາມ 38 ນັດ ຂະນະທີ່ ຢູຟາ ແຊ໊ມປຽນລີກ ເຂົ້າເຖິງຮອບກ່ອນຮອງຊະນະເລີດ ຫລື ຮອບ 8 ທີມສຸດທ້າຍ ກ່ອນຖືກ ຣຽວ ມາດຣິດ ຢຸດເສັ້ນທາງໄວ້ ແລະ ເຂົ້າໄປຄວ້າແຊ໊ມສະໄຫມທີ 14 ໃນທ້າຍທີ່ສຸດ.