WHO ລະບຸ ພະຍາດໝາກສຸກລີງ ຍັງບໍ່ຖືເປັນພາວະສຸກເສີນດ້ານສາທາລະນະສຸກສາກົນ
ວັນທີ 25 ມິຖຸນາ 2022, ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກ (WHO) ຕັດສິນວ່າພະຍາດໝາກສຸກລີງ (Monkeypok) ຍັງບໍ່ຖືເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກ ເຖິງວ່າທ່ານ ທີໂດຣສ ອັດຮານອມ ກີບຣີເຢຊຸສ ຜູ້ອຳນວຍການໃຫຍ່ຂອງ WHO ຈະກ່າວວ່າ: ທ່ານກັງວົນຫລາຍກ່ຽວກັບການລະບາດຂອງພະຍາດນີ້ກໍຕາມ.
WHO ຍັງລະບຸໃນຖະແຫລງການອີກສະບັບໜຶ່ງວ່າ: ເຖິງວ່າຈະມີມຸມມອງທີ່ແຕກຕ່າງກັນພາຍໃນຄະນະກຳມະການ, ແຕ່ທ້າຍທີ່ສຸດແລ້ວ ພວກເຂົາເຫັນພ້ອມກັນ ໂດຍມີມະຕິວ່າ: ໃນຂັ້ນຕອນນີ້ ການລະບາດຂອງພະຍາດໝາກສຸກລີງບໍ່ແມ່ນພາວະສຸກເສີນດ້ານສາທາລະນະສຸກສາກົນ (Public Health Emergency of International Concern: PHEIC).
ປັດຈຸບັນການລະບຸເຖິງ “ພາວະສຸກເສີນສາກົນ” ໃຊ້ກັບການລະບາດຂອງໂຄວິດ ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງໃນການກຳຈັດໂປລິໂອ ແລະ WHO ກໍຖອຍຈາກການນຳການລະບຸດັ່ງກ່າວໄປໃຊ້ກັບການລະບາດຂອງພະຍາດໝາກສຸກລີງ ຫລັງຈາກມີຄຳແນະນຳຈາກກອງປະຊຸມຂອງຜູ້ຊ່ຽວຊານລະດັບສາກົນ.
ຂໍ້ມູນຈາກ WHO ລະບຸວ່າ: ນັບແຕ່ WHO ໄດ້ຮັບລາຍງານເຖິງກຸ່ມກ້ອນຜູ້ຕິດເຊື້ອຈຳນວນ 3 ຄົນໃນອັງກິດ ທີ່ບໍ່ໄດ້ມີການເດີນທາງພາຍນອກປະເທດເມື່ອ 6 ອາທິດກ່ອນ ມີຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ຢືນຢັນແລ້ວ 3.200 ກວ່າຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ ໃນໄລຍະ 6 ອາທິດຜ່ານມາ ຈາກ 48 ປະເທດ.
ອ້າງອີງ:
- https://www.reuters.com/business/healthcare-pharmaceuticals/who-says-monkeypox-is-not-yet-health-emergency-2022-06-25/
- https://www.who.int/news-room/speeches/item/who-director-general-s-opening-remarks-at-international-health-regulations-(2005)-emergency-committee-regarding-the-multi-country-monkeypox-outbreak—23-june-2022