ເຈັບທ້ອງເບື້ອງຂວາ ເປັນພະຍາດໃດແດ່?
ຖ້າເຈັບທ້ອງເບື້ອງຂວາ ກ່ຽວຂ້ອງກັບອະໄວຍະວະສຳຄັນຫລາຍຢ່າງ ບໍ່ວ່າຈະເປັນຕັບ, ຕັບອ່ອນ, ຖົງນໍ້າບີ, ລຳໄສ້ນ້ອຍ, ລຳໄສ້ໃຫຍ່ ເປັນຕົ້ນ, ດັ່ງນັ້ນຖ້າມີອາການເຈັບທ້ອງເບື້ອງຂວາ ອາດສົງໄສວ່າມີອາການຜິດປົກກະຕິ ຫລື ອາດສ່ຽງເປັນພະຍາດຕ່າງໆດັ່ງຕໍ່ໄປນີ້:
- ໜິ້ວຖົງນ້ຳບີ
ອາດມີຄວາມສ່ຽງເປັນໜິ້ວຖົງນໍ້າບີໄດ້ ເຊິ່ງເກີດຈາກຫລາຍສາເຫດ ແລະ ສາເຫດທີ່ສຳຄັນແມ່ນເກີດຈາກການກິນອາຫານທີ່ມີໄຂມັນສູງຫລາຍເກີນໄປ ຈະມີລັກສະນະເປັນກ້ອນແຂງ ລວມໄປເຖິງອາການອື່ນໆທີ່ອາດສັງເກດໄດ້ເຊົ່ນ: ຕົນຕົວເຫລືອງ, ຕາເຫລືອງ
- ຕັບອ່ອນອັກເສບ
ເຈັບທ້ອງແລ້ວລາມໄປເຖິງແຜ່ນຫລັງ ອາດຈະເປັນຕັບອ່ອນອັກເສບໄດ້ ສາເຫດທີ່ສຳຄັນຂອພະຍາດຕັບອ່ອນອັກເສບຄື ການດື່ມແອວກໍຮໍຫລາຍເກີນໄປ ໂດຍຈະມີອາການເຈັບທ້ອງບາງເວລາຄວບຄູ່ໄປກັບມີນ້ຳໜັກຫລຸດລົງໂດຍບໍ່ຮູ້ສາເຫດ ແລະ ອາຈົມມີໄຂມັນຫລາຍ ເປັນສີເທົາ ຫລື ຈືດລົງ ແລະ ມີກິ່ນເໝັນຜິດປົກກະຕິ
- ໄສ້ຕິ່ງອັກເສບ
ອາການເຈັບທ້ອງແບບສຽບແໜ້ນ ປວດຕັ້ງແຕ່ສາຍບືໄປຮອດທ້ອງນ້ອຍ ອາດສ່ຽງເປັນໄສ້ຕິ່ງອັກເສບໄດ້ ຖ້າເຈັບແຮງຄວນໄປປຶກສາທ່ານໝໍຢ່າງຮີບດ່ວນ
- ລຳໄສ້ແປປວນ
ຫາກອາການເຈັບທ້ອງແບບມວນໆຄ້າຍຄືມີລົມຢູ່ໃນທ້ອງ ທຽວຖ່າຍ ເຈັບທ້ອງບິດ ແລະ ອາການເຈັບເຊົາໄປຫລັງຂັບຖ່າຍອາດເກີດຈາກເຮັດວຽກທີ່ຜິດປົກກະຕິຂອງລຳໄສ້
- ລຳໄສ້ໃຫຍ່ອັກເສບ
ອາການທີ່ພົບມີຕັ້ງແຕ່ອາການເຈັບທ້ອງເບື້ອງຂວາດ້ານເທິງ ຫລື ສ່ວນກາງ ລະບົບຂັບຖ່າຍຜິດປົົກະຕິ ຖ່າຍເປັນເລືອດ ແລະ ຫາກກວດພົບກ້ອນຊີ້ນ ອາດຈະເປັນເນືອງອກໃນລຳໄສ້ໃຫຍ່ອີກດ້ວຍ
- ລຳໄສ້ນ້ອຍອັກເສບ
ເຈັບບໍລິເວນໂຄງກະດູກເບື້ອງຂວາ ເຈັບສຽບຢ່າງຮຸນແຮງ ສາເຫດທີ່ສຳຄັນເກີດຈາກການແພ້ໂປຣຕີນກລູເຕັນ ຕິດເຊື້ອແບັດທີເຣຍ ແລະ ການໃຊ້ຢາຕ້ານອັກເສບທີ່ບໍ່ແມ່ນ ສະເຕຣອຍເຊັ່ນ: ແອສໄພຣິນ ແລະ ໄອບູໂພຣເຟນ ຕິດຕໍ່ກັນເປັນເວລາດົນ