ສສຊ ຊັກຖາມ ການນຳຂັ້ນໃດຈິ່ງມີສິດຖືອາວຸດປ້ອງກັນໂຕເອງໄດ້
ພາຍຫລັງຜ່ານຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ ທີ່ສະເໜີໂດຍພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໂດຍວັນທີ 27 ມິຖຸນາ, ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ເປັນປະທານກອງປະຊຸມນັ້ນ, ບັນດາ ສສຊ ໄດ້ປະກອບຄຳເຫັນໃສ່ຫລາຍມາດຕາໂດຍລວມເນັນໃຫ້ຮັດກຸມກວ່າເກົ່າ.
ພັນໂທ ເນັ່ງສີດາ ເບຼຍລືມົວ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ມີຄຳເຫັນຕໍ່ບາງມາດຕາໃນຮ່າງກົດໝາຍດັ່ງກ່າວ ໂດຍໃຫ້ຢາກໃຫ້ເວົ້າວ່າ: ຄຸ້ມຄອງພາຫະນະ, ອາວຸດ, ລູກກະສຸນ ແລະ ວັດຖຸລະເບີດຈຶ່ງຮັດກຸມຄົບຖ້ວນຕາມເນື້ອໃນ. ສໍາລັບພາກທີ 2 ໝວດທີ 1 ມາດຕາ 9 ອາວຸດເສິກຢາກໃຫ້ແຍກເປັນປະເພດອາວຸດຄື ອາວຸດເສິກ ແມ່ນພາຫະນະສູ້ຮົບ ກໍກວມລວມແລ້ວ ແຕ່ຢູ່ໃນນີ້ເຮືອບິນສູ້ຮົບ ທັງມີຄົນຂັບ ແລະ ບໍ່ມີຄົນຂັບ ຢາກໃຫ້ປ່ຽນເຮືຶຶອບິນສູ້ຮົບເປັນຍົນສູ້ຮົບໄດ້ບໍ ແລະ ຢາກໃຫ້ຕື່ມລາດາ ແລະ ເຮືອສູ້ຮົບໃສ່, ໃນມາດຕາ 15 ກຳລັງກອງຫຼອນປ້ອງກັນຕົວ ຢູ່ໃນນີ້ບໍ່ມີກຳລັງສຳຮອງ ຢາກໃຫ້ຕື່ມກຳລັງສຳຮອງໃສ່, ພາກທີ 3 ມາດຕາ 26 ປະເພດວັດຖຸລະເບີດມີສອງປະເພດ, ປະເພດທີ 1 ທາງການທະຫານ ແລະ ອັນທີສອງທາງອຸດສາຫະກຳ. ຢາກໃຫ້ເພີ່ມວ່າ ເປັນປະເພດເຄມີໄດ້ບໍ່, ພາກທີ 4 ມາດຕາ 49 ພັນທະຂອງຜູ້ດຳເນີນທຸລະກິດ, ການສ້າງແຜນການນຳໃຊ້ວັດຖຸລະເບີດທາງອຸດສາຫະກຳປະຈຳປີ ຢາກໃຫ້ເພີ່ມປະຈຳໄຕມາດ, 6 ເດືອນ; ພາກທີ 6 ມາດຕາ 55 ສິດໜ້້າທີ່ຂອງກະຊວງປ້ອງກັນປະເທດ ການດຳເນີນການສືບສວນ-ສອບສວນເບື້ອງຕົົ້ນ ໄດ້ສົ່ງໃຫ້ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ເຫັນວ່າບໍ່ເໝາະສົມປານໃດ ເພາະເປັນໜ້າທີ່ຂອງກະຊວງປ້ອງກັນປະເທດແລ້ວ ໂດຍສິດ ແລະ ໜ້າທີ່ຂອງກະຊວງປ້ອງກັນຄວາມສະຫງົບໄດ້ເວົ້າແຈ້ງຢູ່ໃນມາດຕາ 56 ແລ້ວ.
ທ່ານ ສົມມະນາ ປິ່ນທິບ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ມີຄຳເຫັນ ຕໍ່ມາດຕາ 41 ການດຳເນີນທຸລະກິດກ່ຽວກັບອາວຸດ ແລະ ວັດຖຸລະເບີດ ຢາກໃຫ້ຕັດອາວຸດຫັນອອກໃສ່ແຕ່ວັດຖຸລະເບີດ, ມາດຕາ 42 ເງື່ອນໄຂການຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບວັດຖຸລະເບີດທາງອຸດ ສາຫະກຳມີ 5 ເງື່ອນໄຂ, ແຕ່ຢາກໃຫ້ເພີ່ມອິີກເງື່ອນໄຂເຂົ້າໃສ່ ອາດຈະຂຽນວ່າຜູ້ດໍາເນີນທຸລະກິດຕ້ອງເປັນຄົນທີ່ຖືສັນຊາດລາວ ເພາະບໍ່ອະນຸຍາດໃຫ້ຕ່າງປະເທດມາເຮັດທຸລະກິດນີ້.
ຂະນະທີ່ທ່ານ ຄຳດີ ວົງລ້ອມ ສະມາຊິສະພາແຫ່ງຊາດ ເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ມີຄໍາຄິດເຫັນຕໍ່ມາດຕາ 11 ກ່ຽວກັບອາວຸດພື້ນເມືອງ ລູກປືນແກ໋ບ, ໝື້, ໝາກແຕກພືື້ນເມືອງເຮັດດ້ວຍໝື້, ມາດ ຕາ 15 ເປົ້າໝາຍການຖືອາວຸດມີ 5 ເປົ້າໝາຍ ຢາກໃຫ້ເພີ່ມອີກເປົ້າໝາຍ 1 ຄື ເປົ້າໝາຍທີ 6 ນັກທຸ ລະກິດ ຊຶ່ງປັດຈຸບັນນັກທຸລະກິດກໍມີອາວຸດ, ຢາກໃຫ້ກໍານົດໃຫ້ຈະແຈ້ງກ່ຽວກັບການນໍາຂັ້ນສູງຂັ້ນໃດຈຶ່ງສາ ມາດຖືອາວຸດໄດ້. ຕົວຢ່າງໃນຂົງເຂດການປົກປ້ອງກົດໝາຍສານ, ໄອຍະການ ແລະ ຍຸຕິທຳເຂົາເຈົ້າຖືໄດ້, ແຕ່ການນຳຂົງເຂດອື່ນໆເດ ລະດັບໃດຈຶ່ງມີສິດຖືອາວຸດໄດ້ ຢູ່ໃນນີ້ເພິ່ນໄດ້ຂຽນວ່າຈະໄດ້ຮັບການອະນຸຍາດຖືອາວຸດເສິກໄດ້ກຳນົດຢູ່ໃນລະບຽບຕ່າງຫາກ, ລະບຽບຕ່າງຫາກ ລະບຽບທີເທົ່າໃດ ຖ້າເປັນໄປໄດ້ຢາກໃຫ້ກຳນົດລະອຽດ.
ສຳລັບມາດຕາ 41 ການດຳເນີນທຸລະກິດກ່ຽວກັບອາວຸດ ຢາກໃຫ້ແຍກເປັນສອງມາດຕາ, ໜຶ່ງ ການດຳເນີນທຸລະກິດກ່ຽວກັບອາວຸດ ຢາກໃຫ້ເປັນມາດຕາ 1 ແລະ ການດຳເນີນທຸລະກິດກ່ຽວກັບວັດຖຸລະເບີດ ຢາກໃຫ້ເປັນມາດຕາ 1 ໝາຍວ່າໃຫ້ແຍກລະອຽດ.