ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ

- 290928385 454170403378890 4691513038541663547 n - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ
- kitchen vibe - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ

ໃນວັນທີ 27 ມິຖຸນາ 2022 ຂ່າວໜັງສືພິມຄວາມສະຫງົບລາຍງານໃຫ້ຮູ້ວ່າ: ເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ຮຽກຕົວທ້າວເດຊາ ອາຍຸ 29ປີ, ນັກທຸລະກິດ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນມາສືບສວນ-ສອບສວນ ຄັ້ງທີ 2 ຍ້ອນຜູ້ກ່ຽວໄດ້ເຄື່ອນໄຫວຊໍ້າໂຄສະນາແລກປ່ຽນເງິນຕາບໍ່ຖືກຕ້ອງຜ່ານສື່ສັງຄົມອອນລາຍ.

ເຈົ້າຫນ້າທີ່ໃຫ້ຂໍ້ມູນວ່າ: ໃນຄັ້ງທຳອິດເຈົ້າໜ້າທີ່ກົມຕໍາຫຼວດເສດຖະກິດໄດ້ຮຽກ ທ້າວ ເດຊາ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວແລກປ່ຽນເງິນຕາບໍ່ຖືກຕ້ອງຕາມລະບຽບກົດໝາຍອີກ, ຕໍ່ມາວັນທີ 13 ມິຖຸນາ2022 ເຈົ້າໜ້າທີ່ໄດ້ກວດພົບເຫັນຜູ້ກ່ຽວໄດ້ສືບຕໍ່ມີການເຄື່ອນໄຫວໂຄສະນາແລກປ່ຽນເງິນຕາຕ່າງປະເທດຜ່ານສື່ສັງຄົມອອນລາຍອີກເປັນຄັ້ງທີ 2 ເຫັນວ່າການກະທຳຂອງຜູ້ກ່ຽວແມ່ນເປັນການກະທຳຜິດຊໍ້າ,ບໍ່ເຂັດຫຼາບ.

- Visit Laos Visit SALANA BOUTIQUE HOTEL - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ
- Visit Laos Visit SALANA BOUTIQUE HOTEL - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ

ສະນັ້ນ; ເຈົ້າໜ້າທີ່ຈຶ່ງໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນຕໍ່ຜູ້ກ່ຽວໃນຂໍ້ກ່າວຫາ ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດຕາມມາດຕາ 285 ແລະການດຳເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍຕາມມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017.

ໃນການນຳຮຽກຕົວຄັ້ງນີ້ຜູ້ກ່ຽວຍອມຮັບຜິດວ່າບໍ່ມີໃບທະບຽນວິສະຫະກິດແລະໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງີນຕາແລະບໍ່ມີມອບພັນທະອາກອນໃຫ້ລັດ, ເຈົ້າໜ້າທີ່ສຶກສາອົບຮົມກ່າວເຕືອນ ພ້ອມທັງໃຫ້ດຳເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ.

ລວມຍອດການເຮັດທຸລະກຳເຄື່ອນໄຫວບັນຊີຂອງທ້າວ ເດຊາ ນັບແຕ່ວັນທີ 1 ເມສາ 2022 ຫາ ວັນທີ 27 ພຶດສະພາ 2022, ຕາມການເຄື່ອນໄຫວບັນຊີສໍາຮອງມີລາຍລະອຽດດັ່ງລຸ່ມນີ້:ເງິນໂດລາໂອນເຂົ້າຈໍານວນ: 334.661 ໂດລາ ( ຈໍານວນ 102 ຄັ້ງ ).ເງິນໂດລາ ໂອນອອກຈໍານວນ: 226.332 ໂດລາ (ຈໍານວນ 63 ຄັ້ງ) ເງິນບາດ ໂອນເຂົ້າຈໍານວນ: 12.599.136 ບາດ (ຈໍານວນ 223 ຄັ້ງ)ເງິນບາດ ໂອນອອກຈໍານວນ: 11.885.610 ບາດ ( ຈໍານວນ 93ຄັ້ງ)ເງິນກີບໂອນເຂົ້າຈໍານວນ:14.452.782.000ກີບ(ຈໍານວນ1.117ຄັ້ງ)ເງິນກີບໂອນອອກຈໍານວນ: 14.665.630.196 ກີບ ( ຈໍານວນ 1.631 ຄັ້ງ ).

ປັດຈຸບັນ,ເຈົ້າໜ້າທີ່ຕໍາຫຼວດກໍາລັງສືບສວນ-ສອບສວນຂະຫຍາຍຜົນຫາບຸກຄົນທີ່ມີສ່ວນຮ່ວມພົວພັນໃນການແລກປ່ຽນເງິນຕາຕ່າງປະເທດບໍ່ຖືກຕ້ອງເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

- 3 - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ
- 5 - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ
- 4 - ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາອອນລາຍ ເງິນໝູນວຽນຫລາຍກວ່າ 25 ຕື້ກີບ