ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ

- Screenshot 20220628 150916 com - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ
- kitchen vibe - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ

ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງຄູນຄໍາ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນວັນທີ 5 ມິຖຸນາ 2022 ຜ່ານມາ ເຈົ້າໜ້າທີ່ຈະລາຈອນ ແລະ ໜ່ວຍງານຕ້ານ ແລະ ສະກັດກັ້ນຢາເສບຕິດ ປກສ ເມືອງຄູນຄໍາ ທີ່ປະຈໍາການຢູ່ປ້ອມຍາມໄດ້ວາງກໍາລັງສະກັດລົດກະບະໂຕ ໂຍຕ້າວີໂກ້ ສີຂາວ ໝາຍເລກທະບຽນ ຈຸລ 7778 ກໍ ແພງນະຄອນ ທີ່ເປັນລົດເປົ້າໝາຍການຂົນສົ່ງຢາເສບຕິດ ແຕ່ເຈົ້າຂອງລົດ ບໍ່ໃຫ້ຄວາມຮ່ວມມື ພ້ອມທັງເລັ່ງລົດດ້ວຍຄວາມໄວສູງ ເພື່ອເອົາຕົວຫຼົບໜີ.

ເມື່ອເປັນແນວນັ້ນ ເຈົ້າໜ້າທີ່ໄດ້ນໍາກໍາລັງຕິດຕາມໄປໄດ້ໄລຍະໜຶ່ງ ເຫັນລົດຄັນດັ່ງກ່າວຂີ່ກັບຄືນ ເຈົ້າໜ້າທີ່ກໍໄດ້ຕິດຕາມ ແລະ ພົບເຫັນລົດຄັນດັ່ງກ່າວຈອດຖິ້ມຢູ່ແຄມປ່າເຂດບ້ານຄູນເງິນ ເມືອງຄູນຄໍາ ເຈົ້າໜ້າທີ່ ຈຶ່ງເຂົ້າກັກຕົວຜູ້ຂັບຂີ່ພ້ອມ ເຂົ້າກວດຄົ້ນໃນເບື້ອງຕົ້ນແມ່ນບໍ່ພົບເຫັນເຄື່ອງຂອງກາງ.

- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ
- Visit Laos Visit SALANA BOUTIQUE HOTEL - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ

ຜູ້ຂັບລົດຄັນດັ່ງກ່າວຊື່ ທ້າວ ຊ໋ອດກີ້ ອາຍຸ 27 ປີ ບ້ານທົ່ງຈະເລີນ ເມືອງ ຄໍາເກີດ ແຂວງບໍລິຄໍາໄຊ

ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັດວາງກໍາລັງອອກ ກວດຄົ້ນຫາເຄື່ອງຂອງກາງຢູ່ເຂດໃກ້ຄຽງຈຶ່ງພົບເຫັນຖົງ ສີດໍາຈໍານວນ 10 ເປົາ ຊຸກເຊື່ອງໄວ້ຢູ່ໃນປ່າແຄມຫ້ວຍທອນ ເຂດບ້ານນາພົງ ເມືອງປາກກະດິງ.

ຜ່ານການກວດຄົ້ນໃນກະເປົາ ພົບເຫັນກັນຊາແຫ້ງອັດແທ່ງ ນໍ້າໜັກ 488 ກິໂລກຣາມ, ເຈົ້າໜ້າທີ່ນໍາຂອງກາງ ແລະ ຜູ້ຖືກຫາມາດຳເນີນຄະດີຕາມລະບຽບກົດໝາຍ.

- 4 - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ
- 5 - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ
- 3 - ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄລ່ຈັບໜຸ່ມຂົນສົ່ງຢາເສບຕິດ ພ້ອມຂອງກາງກັນຊາ 488 ກິໂລກຣາມ