ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028

-                                          - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028
- kitchen vibe - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028

-                                          - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028

ການແຂ່ງຂັນ ນິນຈາ ວໍຣິເອີ ກຽມຖືກຊຸກຍູ້ໃຫ້ເຂົ້າສູ່ການແຂ່ງຂັນກິລາໂອລິມປິກ 2028 ໃນຖານະຊະນິດກິລາຢ່າງເປັນທາງການ.

- Visit Laos Visit SALANA BOUTIQUE HOTEL - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028
- Visit Laos Visit SALANA BOUTIQUE HOTEL - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028

ສຳລັບ ນິນຈາ ວໍຣີເອີ ຄືລາຍການທີວີທີ່ມີຈຸດເລີ່ມຕົ້ນຈາກປະເທດຍີ່ປຸ່ນເມື່ອປີ 1997 ໂດຍເປັນການນຳຜູ້ແຂ່ງຂັນມາຝ່າດ່ານ ແລະ ສິ່ງກີດຂວາງຕ່າງໆ ເຊິ່ງໄດ້ຮັບແຮງບັນດານໃຈຈາກການເຄື່ອນໄຫວຂອງ ‘‘ ນິນຈາ ’’ ຫນຶ່ງໃນກຸ່ມນັກຮົບເຊິ່ງມີລັກ ສະນະຄືສາຍລັບຂອງຍີ່ປຸ່ນ.

ໂດຍລາຍການດ່ັງກ່າວໄດ້ຮັບຄວາມນິຍົມເປັນຢ່າງຫລາຍ ຈົນມີຫລາຍປະເທດທົ່ວໂລກຕ່າງຊື້ລິຂະສິດໄປເຮັດໃນແບບຂອງຕົວເອງ ທັງ ອອສເຕຣເລຍ, ຈີນ, ຝຣັ່ງ, ອິຕາລີ ແລະ ສະຫະລັດ ອາເມລິກາ ເປັນຕົ້ນ.

ຈົນຫລ້າສຸດ ໂຕກຽວ ບຣອດຄາສຊິງ ຊິສເຕັມ (ທີວີເອສ) ເຈົ້າຂອງລິຂະສິດລາຍການ ລະບຸວ່າ ພວກເຂົາພວມເຮັດວຽກກັບພັດທະ ມິດຫລາຍຄົນເພື່ອທົດສອບວ່າການແຂ່ງຂັນ ນິນຈາ ວໍຣີເອີ ຈະເຫມາະສົມໃນການເຂົ້າສູ່ໂອລິມປິກ 2028 ທີ່ມະຫານະຄອນ ລອສ ແອນເຈລິສ ປະເທດສະຫະລັດອາເມລິກາ ຫລື ບໍ່.

ນອກຈາກນັ້ນ ມີລາຍງານເພີ່ມວ່າ ຂະນະນີ້ມີກິລາທີ່ກ່ຽວຂ້ອງກັບການຝ່າສິ່ງກີດຂວາງສອງປະເພດພວມຖືກທົດສອບເພື່ອ ລວມເຂົ້າໄວ້ນຳກັນໃນໂອລິມປິກ 2028 ແລະ ການແຂ່ງຂັນ ນິນຈາ ວໍຣີເອີ ເປັນຫນຶ່ງໃນນັ້ນ.

ທັງນີ້ ນິນຈາ ວໍຣີເອີ ຈະມີການທົດສອບແຂ່ງຂັນໃນ ຢູໄອພີເອັມ 2022 ເພນແທດລອນ ເວີລ ຄັບ ໄປນອລ ທີ່ປະເທດຕຣຸກີນຳອີກ.

- 5 - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028
- 4 - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028
- 3 - ການແຂ່ງຂັນ ນິນຈາ ວໍຣີເອີ ກຽມຖືກພິຈາລະນາເຂົ້າສູ່ກິລາໂອລິມປິກ 2028