ປີ 2021- ໄຕມາດ1 ປີ 2022 ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ

- 665ca43c bf3a 4497 ac5e ca48bf13a4db - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ
- kitchen vibe - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ

ທ່ານ ບຸນເຫລືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ3 ຊຸດທີIX ໃນວັນທີ 28 ມິຖຸນາ 2022 ວ່າ:

ໃນໄລຍະຜ່ານມາການຄຸ້ມຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຍັງປະເຊີນກັບຫລາຍສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ໂດຍສະເພາະ ໃນໄລຍະທີ່ແຫລ່ງລາຍຮັບເປັນເງິນຕາຕ່າງປະເທດຂອງ ສປປ ລາວ ຫລຸດລົງຫລາຍ ບໍ່ສົມດູນກັບລະດັບຄວາມຕ້ອງການເງິນຕາຕ່າງປະເທດ ໃນການຊໍາລະໃຫ້ຕ່າງປະເທດ ທີ່ຢູ່ໃນລະດັບສູງຕໍ່ເນື່ອງ ເປັນຕົ້ນ ການຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຈາກການສົ່ງອອກສິນຄ້າ ຕາມທີ່ກຳນົດໃນກົດໝາຍບໍ່ສາມາດປະຕິບັດໄດ້ເຕັມສ່ວນ ສະແດງອອກຄື:

- Visit Laos Visit SALANA BOUTIQUE HOTEL - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ
- Visit Laos Visit SALANA BOUTIQUE HOTEL - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ

ໃນໄລຍະປີ 2016-2020 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 26,44 ຕື້ໂດລາສະຫະລັດ ແຕ່ມູນຄ່າເງິນຕາຕ່າງປະເທດທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 21,78% ຂອງມູນຄ່າການສົ່ງອອກນັ້ນ ຫລື ປະມານ 5,76 ຕື້ໂດລາສະຫະລັດ.

ໃນໄລຍະ 2021- ໄຕມາດ 1/2022 ສປປ ລາວ ມີມູນຄ່າການສົ່ງອອກທັງໝົດ 9,81 ຕື້ໂດລາສະຫະລັດ ແຕ່ມູນຄ່າເງິນຕາຕ່າງປະເທດ ທີ່ໂອນເຂົ້າ ສປປ ລາວ ຜ່ານລະບົບທະນາຄານມີພຽງແຕ່ 32,84% ຂອງມູນຄ່າການສົ່ງອອກນັ້ນ ຫລື ປະມານ 3,22 ຕື້ໂດລາສະຫະລັດ.
– ມູນຄ່າການສົ່ງອອກຜະລິດຕະພັນບໍ່ແຮ່ທັງໝົດ 2,06 ຕື້ໂດລາສະຫະລັດ ແຕ່ມີເງິນໂອນເຂົ້າປະເທດຕົວຈິງພຽງແຕ່ 65,62% ຫລື ປະມານ 1,35 ຕື້ໂດລາ;
– ມູນຄ່າການສົ່ງອອກກະແສໄຟຟ້າ ມີທັງໝົດ 2,58 ຕື້ໂດລາສະຫະລັດ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 13,70% ຫລື ປະມານ 0,35 ຕື້ໂດລາສະຫະລັດ;
– ມູນຄ່າການສົ່ງອອກຜະລິດຕະພັນກະສິກໍາ ມີທັງໝົດ 1,29 ຕື້ໂດລາສະຫະລັດ ແຕ່ມີເງິນໂອນເຂົ້າປະເທດພຽງແຕ່ 18,91% ຫລື ປະມານ 0,24 ຕື້ໂດລາສະຫະລັດ.

ນອກຈາກນີ້ແລ້ວຍັງເຫັນໄດ້ວ່າ
– ການຄຸ້ມຄອງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກໍຍັງບໍ່ເປັນລະບົບ ແລະ ບໍ່ທັນມີລັກສະນະຍືນຍົງເທົ່າທີ່ຄວນ;
– ເງິນລົງທຶນໃນຮູບແບບທຶນມີເອງ (Equity) ມີທ່າອ່ຽງຫລຸດລົງຫລາຍ ແຕ່ເງິນທຶນໃນຮູບແບບເງິນກູ້ (Debt) ມີທ່າອ່ຽງເພີ່ມຂຶ້ນ, ຍັງມີການນໍາໃຊ້ເງິນຕາຕ່າງປະເທດຊະຊາຍໃນສັງຄົມ ໂດຍສະເພາະ ໃນບາງເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ;
– ຍັງມີການເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ;
– ໜີ້ສິນຕໍ່ຕ່າງປະເທດຂອງພາກລັດ, ສະຖາບັນການເງິນ ແລະ ເອກະຊົນອື່ນໆ ມີທ່າອ່ຽງເພີ່ມສູງຂຶ້ນຕໍ່ເນື່ອງ, ສ້າງແຮງກົດດັນຕໍ່ການຊໍາລະກັບຕ່າງປະເທດຂອງຊາດ ໃນເງື່ອນໄຂທີ່ລາຍຮັບເປັນເງິນຕາຕ່າງປະເທດຂອງປະເທດຍິ່ງຈໍາກັດ, ສ້າງຄວາມກົດດັນຕໍ່ຄ່າເງິນກີບ ແລະ ສົ່ງຜົນຕໍ່ຄວາມຍືນຍົງດ້ານເສດຖະກິດມະຫາພາກຂອງປະເທດ.

- 5 - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ
- 3 - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ
- 4 - ປີ 2021- ໄຕມາດ1 ປີ 2022   ມີມູນຄ່າການສົ່ງອອກ 9,81 ຕື້ໂດລາ ແຕ່ມີເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານພຽງ 3,22 ຕື້ໂດລາ