8 ເນື້ອໃນສຳຄັນຕົກລົງຮ່ວມມື ຈຳປາສັກ-ອຸບົນຣາຊະທານີ ໃນການຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ
ວັນທີ 28 ມິຖຸນາ 2022 ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ແລະ ທ່ານ ພົງຣັດ ພິຣົມຣັດ ເຈົ້າແຂວງໆອຸບົນຣາຊະທານີ ພ້ອມດ້ວຍຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງສອງຝ່າຍ ໄດ້ປຶກສາຫາ ລືການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງ 2 ແຂວງຄັ້ງທີ 13 ເມື່ອເດືອນຕຸລາ 2019 ທີ່ແຂວງອຸບົນຣາຊະທານີ ຊຶ່ງສອງຝ່າຍເຫັນວ່າ ກົນໄກການຮ່ວມມືດັ່ງກ່າວເປັນສັນຍະລັກການຮ່ວມມືທີ່ໃກ້ຊິດ ແໜ້ນແຟ້ນ ແລະ ຄວາມພະຍາຍາມແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນລວມທັງການຮ່ວມມືທາງເສດຖະ ກິດ-ສັງຄົມ ທີ່ນັບມື້ດີຂຶ້ນ.
ໃນກອງປະຊຸມ, ສອງຝ່າຍ ສະໜັບສະໜູນ ແລະ ປະຕິບັດແຜນງານບົນພື້ນຖານຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນ ລະຫວ່າງສອງປະເທດ ເພື່ອເພີ່ມຄວາມໄວ້ເນື້ອເຊື່ອໃຈກັນ ເຮັດໃຫ້ຊາຍແດນລະຫວ່າງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດ ທະນາໝັ້ນຄົງຕະຫລອດໄປ.
ຂະນະດຽວກັນກໍໄດ້ຄົ້ນຄວ້າກຳນົດກົນໄກ ແລະ ຂອບການຮ່ວມມືຕາມເນື້ອໃນຂອງບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ເພື່ອສືບຕໍ່ເພີ່ມທະວີການພົວພັນຮ່ວມມືຫລາຍດ້ານ ເຊັ່ນ:
– ການຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ;
– ການຮ່ວມມືຮັກສາເສັ້ນຊາຍແດນລາວ-ໄທ;
– ການຮັກສາປ້ອງກັນຕາຝັ່ງເຈື່ອນ ແລະ ການແກ້ໄຂບັນຫາຕາມລໍາແມ່ນ້ຳຂອງ;
– ການອໍານວຍຄວາມສະດວກ ແລະ ຮັກສາຄວາມປອດໄພ ໃນການເຂົ້າ-ອອກຕາມບໍລິເວນຈຸດຜ່ານແດນ;
– ການປ້ອງກັນ ແລະ ປາບປາມຢາເສບຕິດ; ກໍລະນີບຸກຄົນ ຂອງແຕ່ລະຝ່າຍຖືກຈັບກຸມຄຸມຂັງ;
– ການຕໍ່ຕ້ານການຄ້າມະນຸດ; ການພັດທະນາສີມືແຮງງານ ແລະ ການພັດທະນາຊັບພະຍາກອນມະນຸດລວມທັງເສດຖະກິດ;
– ການປ້ອງກັນການລັກຊື້-ຂາຍສັດປ່າ ແລະ ເຄື່ອງປ່າຂອງດົງທີ່ຜິດກົດໝາຍ;
– ສາທາລະນະສຸກ ແລະ ການຮ່ວມມືສົ່ງເສີມ ແລະ ພັດທະນາ SMEs.